ວັດທະນະທໍາ ແລະ ບໍລິຫານ ຄວ້າແຊ້ມເປຕັງ ສະຫລອງວັນສື່ມວນຊົນ

ເພື່ອເປັນການສ້າງຂະບວນການ ສະເຫຼີມສະຫຼອງວັນສື່ມວນຊົນລາວ ແລະ ການພິມຈໍາໜ່າຍ ຄົບຮອບ 7ົ2 ປີ ( 13 ສິງຫາ 1950 – 13 ສິງຫາ 2022 ), ໃນວັນທີ 19 ສິງຫາ 2022 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດການແຂ່ງຂັນກິລາເປຕັງ ຢູ່ເດີ່ນເປຕັງຂອງພະແນກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົນທອງ ວີບຸນກວ້າງ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີຄະນະພະແນກ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ການແຂ່ງຂັນແບ່ງອອກເປັນ 2 ປະເພດ, ມີ 10 ທີມເຂົ້າຮ່ວມການແຂ່ງຂັນ ຄື: ປະເພດທີມຊາຍ ມີ 5 ທີມ ແລະ ທີມຍິງ ມີ 5 ທີມ, ການແຂ່ງຂັນດໍາເດີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ເຕັມໄປດ້ວຍຄວາມສາມັກຄີຮັກແພງເຊີ່ງກັນ ແລະ ກັນ, ໃນຮອບຊີງຊະນະເລີດທີມຊາຍ ເປັນການພົບກັນລະຫວ່າງ ທີມວັດທະນະທຳ ກັບ ທີມຖະແຫຼງຂ່າວ.

ບັນຍາກາດຂອງຄູ່ຊີງຊະນະເລີດ ແມ່ນດຳເນີນໄປດ້ວຍຄວາມຟົດຟື້ນ, ຕ່າງຝ່າຍຕ່າງກໍ່ມີການວາງແຜນ ແລະ ແກ້ເກມກັນຢ່າງເຕັມທີ່ ແຕ່ສຸດທ້າຍທີມຖະແຫຼງຂ່າວ ສູ້ການເຂົ້າທີ່ລະອຽດ ແລະ ການຕີທີ່ແມ່ນຍຳ ຂອງທີມວັດທະນະທຳ ບໍ່ໄດ້ ເສຍໄຊໄປຢ່າງໜ້າເສຍດາຍ, ເຮັດໃຫ້ທີມວັດທະນະທໍາ ຍາດເອົາຂັນຫົວໜ້າພະແນກໄປຄອງໄວ້ໄດ້ໃນທີ່ສຸດ.

ສໍາລັບທີມຍິງໃນຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງ ທີມວັດທະນະທໍາ ພົບກັບ ທີມບໍລິຫານ ຜົນປະກົດວ່າ ທີມບໍລິຫານ ສາມາດຍາດເອົາໄຊຊະນະໄປໄດ້ ແລະ ໄດ້ຄອງຂັນທ່ານຫົວໜ້າພະແນກ.

ທີມທີ່ໄດ້ລາງວັນຊະນະເລີດຄັ້ງນີ້ ແມ່ນໄດ້ຮັບຂັນລາງວັນຂອງທ່ານຫົວພະແນກ ຖວທ ແຂວງ, ໃຫ້ກຽດມອບຂັນລາງວັນໃນຄັ້ງນີ້ໂດຍ ທ່ານ ສົນທອງ ວີບຸນກວ້າງ.

About admins14