ລ້ຽງສັດແບບຍືນຍົງ ສ້າງເປັນອາຊີບໄດ້ດີ ແລະ ມີລາຍຮັບໝັ້ນຄົງ

ການສ້າງອາຊີບ ແລະ ວຽກເຮັດງານທຳ ຂອງປະຊາຊົນບັນດາເຜົ່າກໍ່ແມ່ນສາຂາໜື່ງທີ່ມີຄວາມສຳຄັນ ເຮັດໃຫ້ຊີວິການເປັນຢູ່ດີຂື້ນ ໂດຍສະເພາະແມ່ນ ຄອບຄົວທ່ານ ຊຽງເພັງ ສິມມາວົງ ຄອບຄົວຕົວແບບລ້ຽງງົວລາດແບບຍືນຍົງ ໄດ້ລາຍງານຕໍ່ ກອງປະຊຸມໃຫຍ່ອົງຄະນະພັກເມືອງບໍລິຄັນ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ມີນາ 2020ຢູ່ສະໂມສອນເມືອງບໍລິຄັນ

ທ່ານ ຊຽງເພັງ ສິມມາວົງ ອາຍຸ 67 ປີ ຢູ່​ບ້ານນາລ້ອງ ​ເມືອງບໍລິ​ຄັນ​ ແຂວງບໍລິ​ຄໍາ​ໄຊ ​ເປັນຜູ້ໜຶ່ງທີ່ໄດ້ລ້ຽງງົວລາດ ເພື່ອສ້າງເງື່ອນໄຂໃນການແກ້ໄຂຄວາມທຸກຍາກ ຕາມແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ. ຄອບຄົວຂອງ ທ່ານ ຊຽງເພັງ ສິມມາວົງ ໄດ້ເລີ່ມລ້ຽງງົວ ແຕ່ປີ 1987, ໃນເບື້ອງຕົ້ນມີງົວ 3 ໂຕ ແລະ ລ້ຽງແບບປະຖົມປະຖານ, ປ່ອຍຕາມທຳມະຊາດ, ບໍ່ໄດ້ຮັບການສັກຢາກັນພະຍາດ ຈຶ່ງເຮັດໃຫ້ງົວລົ້ມຕາຍຍ້ອນພະຍາດລະບາດ, ຈຳນວນງົວບໍ່ມີການຂະຫຍາຍຕົວ. ດ້ວຍຄວາມມັກ-ຮັກໃນການລ້ຽງງົວ ແລະ ຢາກໃຫ້ໄດ້ຮັບຜົນດີ ຈຶ່ງໄດ້ຫັນມານຳໃຊ້ວິທີການໃໝ່ ດ້ວຍການນໍາໃຊ້ເຕັກນິກວິທະຍາສາດເຂົ້າຊ່ວຍ ເປັນຕົ້ນແມ່ນການສັກຢາກັນພະຍາດ ແລະ ການປຸກຫຍ້າ, ພ້ອມກັນນັ້ນ ກໍ່ໄດ້ແລກປ່ຽນບົດຮຽນ ນຳຜູ້ທີ່ມີປະສົບການທາງດ້ານການລ້ຽງສັດ,ໄດ້ຮັບການແນະນຳຈາກວິຊາການຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຈຶ່ງເຮັດໃຫ້ສັດລ້ຽງໄດ້ມີການຂະຫຍາຍຕົວດີພໍສົມຄວນ. ມາຮອດປີ 2015 ໄດ້ຕັດສີນໃຈຫັນມາລ້ຽງໃຫ້ຫຼາຍກາຍເປັນສີນຄ້າ ໂດຍໄດ້ສ້າງຄັງລ້ຽງງົວໃນເນື້ອທີ່ 12 ເຮັກຕ່າ ໃນນີ້ປີທຳອິດໄດ້ປູກຫຍ້າ 2 ເຮັກຕ່າ, ມີງົວພໍ່-ແມ່ພັນ 23 ໂຕ, ໃນແຕ່ລະປີສະເລ່ຍຂາຍງົວໄດ້ 10-13 ໂຕ, ສ້າງລາຍຮັບໄດ້ ສະເລ່ຍ 40 ກວ່າລ້ານກີບຕໍ່ປີ, ໃນ5 ປີຜ່ານມາ ໄດ້ຂາຍງົວທັງໝົດ 58 ໂຕ ສ້າງລາຍຮັບໄດ້ທັງໝົດ 170 ລ້ານກີບ.

About admin12