ລົງເຜີຍແຜ່ກົດລະບຽບຈະລາຈອນ ຢູ່ກອງບັນຊາການທະຫານແຂວງ

ໃນວັນທີ 30 ສິງຫາ 2022 ພະແນກຕໍາຫຼວດຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ທີ່ປອດໄພ ຢູ່ທີ່ກອງບັນຊາການທະຫານແຂວງ ບໍລິຄໍາໄຊ ໂດຍການນໍາພາຂອງ ທ່ານ ພັນໂທ ທິບຊົມພູ ຈັນທະລັງສີ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ, ໂດຍການເປັນເປັນກຽດເຂົ້າຮ່ວມຮັບຟັງຂອງທ່ານ ພັນໂທ ບຸນຮອດ ສູນດາລາ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງພາລາທິການ ກອງບັນຊາການທະຫານແຂວງ ມີບັນດາຄະນະພັກ-ຄະນະຫ້ອງ, ຄະນະພະແນກ, ນາຍ ແລະ ພົນທະຫານ ເຂົ້າຮ່ວມ.

ການລົງເຜີຍແຜ່ກົດລະບຽບຈະລາຈອນ ໃນຄັ້ງນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ຜູ້ນໍາໃຊ້ລົດໃຊ້ຖະໜົນ ໄດ້ຮັບຮູ້, ເຂົ້າໃຈ ຕໍ່ກັບຜົນຮ້າຍ ແລະ ຜົນເສຍຫາຍທີ່ເກີດຈາກອຸປະຕິເຫດ ແລະ ມີສະຕິເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດ, ເຊີ່ງກອງໂຄສະນາຈະລາຈອນ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ຍົກໃຫ້ເຫັນສາເຫດຕົ້ນຕໍຂອງການເກິດອຸປະຕິເຫດເຊັ່ນ: ເກີດຈາກສະພາບເຕັກນິກລົດບໍ່ຮັບປະກັນ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນ ເປັນສາເຫດຫຼັກທີ່ພາໃຫ້ເກີດອຸປະຕິເຫດ ເຊີ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ, ສຸຂະພາບ ແລະ ຊີວິດຂອງຜູ້ຂັບຂີ່. ຍົກໃຫ້ເຫັນກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍ, ປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາ, ສາລະບານເດີນລົດ, ລະບຽບວ່າດ້ວຍການການຂັບຂີ່ລົດຈັກ ແລະ ລົດໃຫ່ຍ ດໍາລັດ ເລກທີ 568/ລບ ວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍ ກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ.

ພ້ອມທັງຮັບຊົມ ການສາຍພາບວີດີໂອຈາກການບັນທືກພາບເຫດການອຸປະຕິເຫດທີ່ເກີດຂື້ນຢູ່ບັນດາ ໄຟແດງ ແລະ ເສັ້ນທາງສາຍຕ່າງໆ, ເພື່ອໃຫ້ບັນດາຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ນໍາເອົາຄວາມຮູ້, ຄວາມເຂົ້າໃຈ ໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນຊີວິດປະຈໍາວັນ ເປັນຕົ້ນແມ່ນການນໍາໃຊ້ລົດ, ໃຊ້ຖະໜົນ ໃຫ້ມີສະຕິ, ມີຄວາມລະມັດລະວັງ, ມີມາລະຍາດທີ່ດີໃນການຂັບຂີ່ ເຄົາລົບກົດລະບຽບຈະລາຈອນ ແນ່ໃສ່ເຮັດໃຫ້ບັນຫາການເກີດອຸປະຕິເຫດຕາມທ້ອງຖະໜົນຢູ່ພາຍໃນແຂວງ ບໍລິຄໍາໄຊ ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

About admins14