ຈະລາຈອນແຂວງ ເຜີຍແຜ່ລະບຽບການສັນຈອນ ຢູ່ໂຮງຮຽນ ປກສ ຊັ້ນຕົ້ນ

ໃນວັນທີ 31 ສິງຫາ 2022 ພະແນກຕໍາຫຼວດຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ  ໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ທີ່ປອດໄພ ຢູ່ທີ່ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ໂດຍການນໍາພາຂອງ ທ່ານ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ປກສ ແຂວງ, ໂດຍມີຄະນະນຳ, ນາຍຕໍາຫຼວດ, ຄູ – ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ການລົງເຜີຍແຜ່ກົດລະບຽບຈະລາຈອນ ໃນຄັ້ງນີ້ ກໍ່ເພື່ອແນ່ໃສ່ເຮັດໃຫ້ນາຍຕໍາຫຼວດ, ຄູ – ອາຈານ ແລະ ນັກຮຽນ ຜູ້ນໍາໃຊ້ລົດໃຊ້ຖະໜົນ ໄດ້ຮັບຮູ້, ເຂົ້າໃຈ ຕໍ່ກັບຜົນຮ້າຍ ແລະ ຜົນເສຍຫາຍທີ່ເກີດຈາກອຸປະຕິເຫດ ແລະ ມີສະຕິເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດ, ເຊິ່ງທີມງານກອງໂຄສະນາຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ຍົກໃຫ້ເຫັນສາເຫດຕົ້ນຕໍຂອງການເກີດອຸປະຕິເຫດ ເຊັ່ນ: ເກີດຈາກສະພາບເຕັກນິກລົດບໍ່ຮັບປະກັນ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ, ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນ ເປັນສາເຫດຫຼັກທີ່ພາໃຫ້ເກີດອຸປະຕິເຫດ ທີ່ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ, ສຸຂະພາບ ແລະ ຊີວິດຂອງຜູ້ຂັບຂີ່.

ຍົກໃຫ້ເຫັນກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍ, ປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາ, ສາລະບານເດີນລົດ, ລະບຽບວ່າດ້ວຍການຂັບຂີ່ລົດຈັກ ແລະ ລົດໃຫ່ຍ.

About admins14