ລັດວິສາຫະກິດ ຫວຍພັດທະນາ ມອບເງິນ 150 ລ້ານກີບ ສ້ອມແປງໂຮງຮຽນ 2 ແຫ່ງ ຢູ່ເມືອງວຽງທອງ

ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານພັດທະນາການສຶກສາ ໃຫ້ນ້ອງໆນັກຮຽນ ໄດ້ຮັບຄວາສະດວກສະບາຍ ໃນການສຶກສາຮ່ຳຮຽນ, ໃນວັນທີ 09 ທັນວາ 2021 ຢູ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ໄດ້ນຳເງິນຈຳນວນ 150 ລ້ານກີບ ມາມອບໃຫ້ພະແນກສຶກສາແຂວງ ເພື່ອນຳໄປປັບປຸງສ້ອມແປງໂຮງຮຽນ ປະຖົມສົມບູນ ມີໄຊ ແລະ ປະຖົມສົມບູນ ໄຊຈະເລີນ ຢູ່ເມືອງວຽງທອງ ແຂວງບໍລິຄຳໄຊ.

ຕາງໜ້າມອບໂດຍ ທ່ານ ສຸບັນ ເພຍສັກຂາ ຮອງອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແລະ ເປັນກຽດຮັບໂດຍທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍຊ້ອງໜ້າທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານຫົວໜ້າພະແນກສຶກສາແຂວງ ຍັງໄດ້ກ່າວຂອບໃຈເປັນຢ່າງສູງ ມາຍັງບໍລິສັດດັ່ງກ່າວ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານການສຶກສາ ພ້ອມຈະນຳເງິນດັ່ງກ່າວນີ້ ໄປປັບປຸງສ້ອມແປງທັງ 2 ໂຮງຮຽນ ໃຫ້ດີຂຶ້ນກວ່າເກົ່າ ພ້ອມນີ້ ທ່ານ ຍັງໄດ້ຕາງໜ້າມອບໃບກຽດຕິຄຸນຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ແກ່ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ເພື່ອເປັນກຽດຕິຄຸນ ແລະ ບັນທຶກໄວ້ໃນປື້ມຄຳປະຫວັດສາດຂອງແຂວງຕະຫຼອດໄປ.

About admins16