ລັດວິສາຫະກິດ ລາວໂທລະຄົມມະຫາຊົນ ມອບເຄື່ອງຊ່ວຍເຫຼືອ ວຽກງານຕ້ານໂຄວິດ – 19

ໃນວັນທີ 4 ສິງຫາ 2021 ທ່ານ ວິລອນ ວັນນະບົວທອງ ຮອງອໍານວຍການ ລາວໂທລະຄົມມະຫາຊົນ ສາຂາແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ນໍາເອົານໍ້າດື່ມ ຈໍານວນ 30 ແກັດ ພ້ອມດ້ວຍເຂົ້າສານ 1 ໂຕ່ນ ລວມມູນຄ່າ 4.500.000 ກີບ ມອບໃຫ້ກັບຫ້ອງວ່າການແຂວງບໍລິຄໍາໄຊ ເພຶ່ອນໍາໄປມອບຕໍ່ໃຫ້ກັບພະນັກງານແພດໝໍ ຕະຫຼອດແຮງງານລາວ ທີ່ເດີນທາງມາຈາກຕ່າງປະເທດ ທີ່ມາກັກບໍລິເວນຢູ່ສູນກັກກັນແຫ່ງຕ່າງໆ ທີ່ຄະນະສະເພາະກິດແຂວງໄດ້ກໍານົດໄວ້, ຕ່າງໜ້າຮັບເຄື່ອງ ທີ່ນໍາມາມອບໃນຄັ້ງນີ້ໂດຍ ທ່ານ ສາຍຄໍາ ວົງຄໍາທອງ ຮອງຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດດັ່ງກ່າວ ທ່ານຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ລັດວິສະຫະກິດ ລາວໂທລະຄົມມະຫາຊົນ ທີ່ເຫັນໄດ້ຄວາມສໍາຄັນ ແລະ ຈໍາເປັນ ຈຶ່ງໄດ້ນໍາເອົາເຄື່ອງດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ແລະ ທ່ານຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ມອບໃຫ້ໃນຄັ້ງນີ້ ລົງແຈກຍາຍຕໍ່ໃຫ້ກັບພະນັກງານແພດໝໍ ທີ່ກໍາລັງປະຕິບັດໜ້າທີ່ວຽກງານ ຕະຫຼອດຮອດແຮງງານລາວຢູ່ແຕ່ລະສູນກັກກັນແຫ່ງຕ່າງໆ ພາຍໃນແຂວງຢ່າງທົ່ວເຖິງ.

About admins14