ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງຢ້ຽມຢາມປະຊາຊົນບ້ານ ຫ້ວຍຫອຍ

ໃນວັນທີ 1 ສິງຫາ 2022 ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມປະຊາຊົນບ້ານ ຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍການນໍຳພາທາງຂອງ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີການນໍາຈາກກະຊວງ, ແຂວງ, ເມືອງ, ທີມງານໂຄງການເຂື່ອນໄຟຟ້ານໍ້າເທີນ 1 ແລະ ພໍ່່່ແມ່ປະຊາຊົນ ເຂົ້າຮ່ວມ.

ຄະນະຮັບຜິດຊອບຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໄດ້ລາຍງານຕໍ່ຄະນະ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍແຮ່ ກ່ຽວກັບສະພາບການຈັດສັນ, ຍົກຍ້າຍ, ຊົດເຊີຍ, ການປັບປຸງຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ບ້ານຫ້ວຍຫອຍ ເຊັ່ນ: ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານປູກຝັງ, ລ້ຽງສັດ, ການຄ້າຂາຍ, ການຕະຫຼາດ ແລະ ດ້ານສີມືແຮງງານ ທີ່ເປັນອາຊີບມີລາຍຮັບກຸ້ມລາຍຈ່າຍໃຫ້ແກ່ປະຊາຊົນ.

ໃນໂອກາດນີ້ ທ່ານໄດ້ມອບເງິນຈໍານວນ 20.000.000 ກີບ ໃຫ້ແກ່ບ້ານຫ້ວຍຫອຍ ເພື່ອໃຊ້ເຂົ້າໃນການພັດທະນາບ້ານ, ຈາກນັ້ນ ກໍ່ໄດ້ພ້ອມກັນລົງຢ້ຽມຢາມເບີ່ງຄູກັນນໍ້າຢູ່ບ້ານນໍ້າຢ້າງ ເທດສະບານເມືອງວຽງທອງ.

About admins14