ລັດຖະມົນຕີກະຊວງ ຍທຂ ລົງຕິດຕາມຄວາມຄືບໜ້າໂຄງການກໍາສ້າງ ຂົວມິດຕະພາບແຫ່ງທີ 5

ເພື່ອຕິດຕາມ ຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ່ 5 ບໍລິຄຳໄຊ-ບຶງການ ໃນວັນທີ 2 ເມສາ 2021 ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົງ ໄດ້ສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ພະແນກ ຍທຂ ແຂວງບໍລິຄໍາໄຊ ລົງຕິດຕາມຊຸກຍູ້ ໂຄງການກໍ່ສ້າງດັ່ງກ່າວ ຢູ່ເຂດໂຄງການບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄໍາໄຊ.

ຄະນະຮັບຜິດຊອບຂອງໂຄງການໄດ້ລາຍງານວ່າ:  ຈຸດທີ່ຕັ້ງຂອງຂົວຂ້າມນໍ້າຂອງ ມິດຕະພາບລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ ແມ່ນຕັ້ງຢູ່ເຂດບ້ານ ກ້ວຍອຸດົມ ຫ່າງຈາກເທດສະບານ ເມືອງປາກຊັນ ໄປທາງທິດເໜຶ່ອ ຕາມທາງເລກທີ 13 ໃຕ້ ປະມານ 10 ກິໂລແມັດ ແລະ ຈາກທາງເລກທີ 13 ໃຕ້ເຂົ້າໄປຫານໍ້າຂອງ ປະມານ 2.800 ກວ່າແມັດ, ມີເນື້້ອທີ່ໄດ້ຮັບຜົນກະທົບໃນການກໍ່ສ້າງທັງໝົດປະມານ 78 ເຮັກຕ່າ. ຂົວແຫ່ງດັ່ງກ່າວ ແມ່ນມີມູນຄ່າການກໍ່ສ້າງລວມທັງໝົດປະມານ 3.900 ລ້ານບາດ ຫຼື ປະມານ 998 ຕື້ກວ່າກີບ ໃນນັ້ນການກໍ່ສ້າງເບື້ອງລາວ ແມ່ນມີມູນຄ່າການກໍ່ສ້າງປະມານ 1.300 ລ້ານບາດ ຫຼື ປະມານ 340 ຕຶ້ກວ່າກີບ. ໂຄງການກໍ່ສ້າງຂົວແຫ່ງດັ່ງກ່າວ ແມ່ນໄດ້ເລີມລົງມືຈັດຕັ້ງປະຕິບັດ ມາແຕ່ຕົ້ນເດືອນ ມັງກອນ 2021  ໂຄງການນີ້ຈະໃຊ້ເວລາໃນການກໍ່ສ້າງ 36 ເດືອນ ຫຼື 3 ປີ ຜ່ານການຈັດຕັ້ງປະຕິບັດເຫັນວ່າ ໃນແຕ່ລະໜ້າວຽກແມ່ນໄດ້ດຳເນີນໄປຢ່າງເປັນລະບົບ ແລະ ມີຄວາມຄືບໜ້າ ໂດຍສະເພາະແມ່ນສັນຍາການກໍ່ສ້າງຂົວ ໄດ້ 1,45%, ສັນຍາການກໍ່ສ້າງທາງ ແລະ ອາຄານດ່ານ 6,62%.

ໃນໂອກາດການລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ່ 5 ນີ້ ທ່ານລັດຖະມົນຕີຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງ ຈົ່ງເພີ່ມທະວີໃສ່ໜ້າວຽກຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ເພືອເຮັດລະບົບການກໍ່ສ້າງທຸກພາກສ່ວນ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

 

About admins14