ລັດຖະມົນຕີກະຊວງພະລັກງານ ແລະ ບໍ່ແຮ່ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 14 ມີນາ 2022 ຢູ່ຫ້ອງປະຊຸມຂອງລັດວິສາຫະກິດໄຟຟ້າ ສາຂາແຂວງບໍລິຄຳໄຊ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ, ເປັນກຽດຕ້ອນຮັບໂດຍທ່ານ ມະນີວັນ ໄຊຍະເພັດ  ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ, ມີຄະນະພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ຄະນະລັດວິສາຫະກິດໄຟຟ້າສາຂາແຂວງ, ຫົວໜ້າຂະແໜງ ພ້ອມດ້ວຍພະນັກງານພາຍໃນສາຂາ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ມະນີວັນ ໄຊຍະເພັດ ໄດ້ລາຍງານການປະຕິບັດວຽກງານຂອງພະແນກພະລັກງານ ແລະ ບໍ່ແຮ່ແຂວງ ວ່າ: ພະແນກພະລັງງານ ແລະ ບໍ່ແຮ່ ປະກອບມີ 7 ຂະແໜງ ມີພະນັກງານ, ລັດຖະກອນທັງໝົດ 220 ຄົນ, ສັງກັດພະແນກພະລັງງານ ແລະ ບໍ່ແຮ່ 41 ຄົນ, ສັງກັດລັດວິສາຫະກິດໄຟຟ້າລາວສາຂາແຂວງ 112 ຄົນ ແລະ ສັງກັດພະແນກລະບົບສາຍສົ່ງໄຟຟ້າ 67 ຄົນ.

ໃນໄລຍະຜ່ານມາ ມີຫຼາຍໜ້າວຽກສຳຄັນໄດ້ຮັບການຈັດຕັ້ງປະຕິບັດສຳເລັດ ເປັນຕົ້ນແມ່ນ ສາມາດສະໜອງໄຟຟ້າໄດ້ 7 ຕົວເມືອງ ເທົ່າກັບ 100%, ສະໜອງໄຟຟ້າຖາວອນໃຫ້ບ້ານໄດ້ 284 ບ້ານ, ເທົ່າກັບ 100%, ສະໜອງໄຟຟ້າໄດ້ 96,16% ຂອງຈໍານວນຫຼັງຄາເຮືອນທົ່ວແຂວງ, ມີຕາຂ່າຍ 22 ກິໂລໂວນ ມີຄວາມຍາວ1.859ກມ, ຕາຂ່າຍ 0,4 ກິໂລໂວນ ມີຄວາມຍາວ 1.110 ກມ, ໝໍ້ແປງ 1.592 ໜ່ວຍ ກຳລັງຕິດຕັ້ງ 219.816 KVA, ພະລັງງານຕົກເຮ່ຍ 9,41 %. ຈຳນວນໄຟດັບໄຟມອດໃນລະບົບຫລຸດລົງ 12 % ຖ້າທຽບໃສ່ປີ 2020 ເກັບຄ່າໄຟຟ້າລວມທຸກປະເພດໄດ້ 97,49%, ມອບພັນທະປີ 2021 ປະຕິບັດໄດ້ 11,37 ຕື້ກີບ.

ມີຜູ້ລົງທຶນທາງດ້ານບໍ່ແຮ່ ທັງໝົດ 79 ບໍລິສັດ, ມີ 123 ກິດຈະການ, ມີເນື້ອທີ່ທັງໝົດ 16.917,7 ເຮັກຕ່າ, ໂດຍແຍກອອກເປັນຂັ້ນສູນກາງອອກອະນຸຍາດມີ 5 ບໍລິສັດ, ມີ 5 ກິດຈະການ, ມີເນື້ອທີ່ທັງໝົດ 16.152 ເຮັກຕ່າ, ຂັ້ນແຂວງອອກອະນຸຍາດມີ 50 ບໍລິສັດ, ມີ 94 ກິດຈະການ, ມີເນື້ອທີ່ທັງໝົດ 324,2 ເຮັກຕ່າ, ຂັ້ນເມືອງອອກອະນຸຍາດມີ 24 ບໍລິສັດ, ມີ 24 ກິດຈະການ, ມີເນື້ອທີ່ທັງໝົດ 13,5 ເຮັກຕ່າ.

ໂອກາດນີ້ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳບາງວຽກງານ ເຊິ່ງກ່ອນອຶ່ນ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມເນັ້ນໃຫ້ເອົາໃຈໃສ່ການເຜີຍແຜ່ວາລະແຫ່ງຊາດ ຕ້ອງໄດ້ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ, ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ ແລະ ຍົກສູງປະສິດທິຜົນການລົງທຶນ, ລາຍຈ່າຍງົບປະມານ, ແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ, ການເຊື່ອມໂຍງກັບຕ່າງປະເທດໃນການຂຸດຄົ້ນແຮ່ທາດ, ການພັດທະນາເຂື່ອນໄຟຟ້າຂະໜາດໃຫຍ່ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ແລະ ການກຳນົດນະໂຍບາຍກ່ຽວກັບເລື່ອງລາຄາໄຟຟ້າ.

About admins16