ລັດຖະມົນຕີກະຊວງຍຸຕິທຳ ຊີ້ນຳວຽກງານຢູ່ແຂວງບໍລິຄຳໄຊ

ໃນຕ້ອນເຊົ້າຂອງວັນທີ 26 ກຸມພາ 2021 ຢູ່ຫ້ອງຮັບຮອງແຂວງບໍລິຄໍາໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຍາມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ.

ໂອກາດນີ້ ທ່ານເຈົ້າແຂວງ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ ໃນແຕ່ລະດ້ານໃນໄລຍະຜ່ານມາ ໃຫ້ກັບທ່ານລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບຊາບ ໂດຍສະເພາະກໍ່ແມ່ນການຈັດຕັ້ງປະຕິບັດວຽກງານດ້ານການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະຜ່ານມາ ແລະ ການຊົມໃຊ້ໄຟຟ້າພາຍໃນແຂວງ.

ຈາກນັ້ນ ທ່ານ ປອ ນາງ ວິໄລ ພິລາວົງ ຮັກສາການ ຫົວຫນ້າພະແນກ ຍຸຕິທຳ ແຂວງ ບໍລິຄຳໄຊ ໄດ້ລາຍກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພະແນກຍຸຕິທຳແຂວງໂດຍຫຍໍ້ ວ່າ: ພະແນກຍຸຕິທຳແຂວງ ແມ່ນອົງການບໍລິຫານລັດ ປະຕິບັດກົດໝາຍເປັນໃຈກາງ ເປັນເສນາທິການໃຫ້ສາຍຕັ້ງກະຊວງຍຸຕິທຳ, ປະກອບມີ 7 ຂະແໜງການ ມີພະນັກງານທັງໝົດ 41 ຄົນ ຍິງ 16 ຄົນ.

ໄລຍະຜ່ານມາ ມີຄະດີຄ້າງຈຳນວນ 997 ເລື່ອງ, ຄະດີແພ່ງ 169 ເລື່ອງ ຄະດີອາຍາ 838 ເລື່ອງ ຮັບຄະດີເຂົ້າທັງໝົດຈຳນວນ 278 ເລື່ອງ, ປະຕິບັດສຳເລັດ 38 ເລື່ອງ, ແພ່ງ 8 ເລື່ອງ, ຄະດີອາຍາ 10 ເລື່ອງ, ເກັບເງິນປັບໄໝຢາເສບຕິດໄດ້ທັງໝົດ 151.070.000 ກີບ ແລະ ເກັບເງິນປັບໄໝທົ່ວໄປໄດ້ທັງໝົດ 34.025.000 ກີບ.

ວຽກງານໂຄສະນາກົດໝາຍ ກໍ່ໄດ້ໂຄສະນາຜ່ານວິທະຍຸໄດ້ 96 ຄັ້ງ, ໜັງສືພິມໄດ້ 42 ຄັ້ງ, ຜ່ານສື່ອອນລາຍໄດ້ 6 ຄັ້ງ, ທາງໂທລະໂຄ່ງໄດ້ 8 ຄັ້ງ, ຂຶ້ນຫ້ອງສິດສອນເປັນຊົ່ວໂມງໄດ້ 7 ຊົ່ວໂມງ, ແຈກຍາຍປຶ້ມກົດໝາຍໄດ້ 830 ຫົວ, ວາລະສານກົດໝາຍ 227 ຫົວ, ໜັງສືພິມ 788 ສະບັບ, ເຜີຍແຜ່ກົດໝາຍຢູ່ບ້ານໄດ້ 105 ບ້ານ, ກຸ່ມບ້ານໄດ້ 10 ຄັ້ງ, ໂຮງຮຽນໄດ້ 8 ຄັ້ງ, ສະຖານທີ່ອຶ່ນໆໄດ້ 33 ຄັ້ງ.

ໃນຕອນທ້າຍ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກທ່ານ ໄຊສີ ສັນຕິວົງ ວ່າ: ກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມເນັ້ນໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ ພະນັກງານ ໃຫ້ມີແນວຄິດອຸນອຽງທຸ່ນທ່ຽງຕໍ່ໜ້າທີ່ວຽກງານ ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມໜັກແໜ້ນ, ຮັບໃຊ້ປະຊົນດ້ວຍຄວາມຈິງໃຈ, ໂປ່ງໃສ ແລະ ຍຸຕິທຳ, ເອົາໃຈໃສ່ຍົກສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ຕາມສິດ ແລະ ໜ້າທີ່ຂອງຕົນ, ສືບຕໍ່ຈັດຕັ້ງເຜີຍແຜ່ການປະຕິບັດກົດໝາຍໃຫ້ທົ່ວເຖິງ, ເອົາໃຈໃສ່ສືບຕໍ່ສົ່ງເສີມລະບົບຍຸຕິທຳ ຕິດພັນກັບວຽກງານ 3 ສ້າງ, ປັບປຸງແກ້ໄຂບັນຫາຂໍ້ຂັດແຍ່ງຂັ້ນບ້ານ, ປັບປຸງແກ້ໄຂແບບແຜນວິທີເຮັດວຽກ, ການເຮັດວຽກຕ້ອງເປັນໝູ່ຄະນະ ບົນພື້ນຖານລວມສູນປະຊາທິປະໄຕ, ຄວາມສາມັກຄີເປັນເອກະພາບພາຍໃນ ໃນນັ້ນ ຄະນະພັກຕ້ອງເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີຂອງຊະມາຊິກພັກ-ພະນັກງານ.

ໂອກາດນີ້ ເນື່ອງໃນໂອກາດທີ່ທ່ານລັດຖະມົນຕີກະຊວງຍຸຕິທຳ ໄດ້ລົງມາຢ້ຽມຢາມ ທ່ານຍັງໄດ້ນຳເອົາເງິນສົດຈຳນວນໜຶ່ງ ມາມອບໃຫ້ແກ່ພະແນກຍຸຕິທຳແຂວງ ແລະ ຫ້ອງການຍຸຕິທຳ 7 ຕົວເມືອງພາຍໃນແຂວງ ພາກສ່ວນລະ 10 ລ້ານກີບ ເພື່ອນຳໄປຮັບໃຊ້ເຂົ້າໃນການປະຕິບັດວຽກງານ.

About admins16