ລັດຖະທໍາມະນູນ ແຫ່ງ ສປປ ລາວ ແມ່ນຜົນງານອັນຍິ່ງໃຫຍ່ທີ່ພັກ ກໍ່ຄືຂອງປະຊາຊົນລາວບັນດາເຜົ່າຍາດມາໄດ້

ລັດຖະທໍາມະນູນ ແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດແຫ່ງການຕໍ່ສູ້ອັນລະອິດລະອ້ຽວ, ຍາວນານ ແລະ ຜົນງານອັນຍິ່ງໃຫຍ່ທີ່ພັກເຮົາ ກໍ່ຄືປະຊາຊົນລາວບັນດາເຜົ່າຍາດມາໄດ້, ເປັນການຢືນຢັນເຖິງຄວາມເປັນເອກະລາດ, ສິດອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ຕໍ່ສາກົນ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລເຂພັກແຂວງ ເຈົ້າແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດກ່ຽວກັບຄວາມໝາຍຄວາມສໍາຄັນ ຂອງລັດຖະທໍາມະນູນ ຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 10 ສິງຫາ 2021.

ສປປ ລາວ ໄດ້ສະຖາປະນາຂຶ້ນ ໃນວັນທີ 2 ທັນວາ ປີ1975 ແມ່ນເຫດການປະຫວັດສາດຂອງຊາດລາວ, ປະເທດຊາດໄດ້ຮັບເອກະລາດຢ່າງສົມບູນໃນຂອບເຂດທົ່ວປະເທດ, ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ສິດເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ, ພັກປະຊາຊົນປະຕິວັດລາວ ໄດ້ເຮັດສອງໜ້າທີ່ຍຸດທະສາດທີ່ສໍາຄັນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມທິດກ້າວຂຶ້ນສັງຄົມນິຍົມ.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃນປີ 1986 ໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍກໍານົດທິດທາງ ແລະ ໜ້າທີ່ຕົ້ນຕໍຂອງໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ ເຊິ່ງເປັນເຫດການທີເປັນພື້ນຖານສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ທີ່ມີຫຼັກການຂອງພັກເຮົາ.

ໃນທ້າຍຊຸມປີ 1990 ສປປ ລາວ ໄດ້ອອກກົດໝາຍຈໍານວນໜື່ງ ແລະ ໄດ້ກະກຽມຮ່າງລັດຖະທໍາມະນູນຂຶ້ນ ໂດຍແມ່ນສະພາປະຊາຊົນສູງສຸດ ຊຸດທີ II ທີ່ໄດ້ຮັບການເລືອກຕັ້ງຂຶ້ນ ໃນປີ 1989 ດໍາລົງບົດບາດຕົ້ນຕໍ ເປັນສະພາຮ່າງລັດຖະທໍາມະນູນ; ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ໃນການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ກໍຄືການເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມກົດໝາຍເທື່ອລະກ້າວ, ສ້າງລະບົບກົດໝາຍ ທີ່ນັບມື້ນັບຄົບຖ້ວນ ແລະ ຍົກສູງສະຕິເຄົາລົບ, ປະຕິບັດ ແລະ ປົກປ້ອງກົດໝາຍ ໃນທົ່ວສັງຄົມ ທີ່ກໍານົດ ອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກເຮົານັ້ນ ລັດຖະທໍາມະນູນສະບັບທໍາອິດ ຂອງ ສປປ ລາວ ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991 ແລະ ປະກາດໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991, ໂດຍໄດ້ຮັບຄວາມເຫັນດີຈາກກົມການເມືອງສູນກາງພັກ ສະໄໝທີ V, ສະພາແຫ່ງຊາດ ຊຸດທີ III ຈຶ່ງໄດ້ຕົກລົງເອົາວັນທີ 15 ສິງຫາ 1991 ເປັນວັນລັດຖະທໍາມະນູນແຫ່ງຊາດລາວ.

ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ສປປ ລາວ ໄດ້ຫັນປ່ຽນຈາກການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ທີ່ອີງໃສແຕ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍເທື່ອລະກ້າວ.

ລັດຖະທໍາມະນູນ ແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດແຫ່ງການຕໍ່ສູ້ອັນລະອິດລະອ້ຽວ, ຍາວນານ ແລະ ຜົນງານອັນຍິ່ງໃຫຍ່ທີ່ພັກເຮົາ ກໍ່ຄືປະຊາຊົນລາວບັນດາເຜົ່າຍາດມາໄດ້ ໃນຕະຫຼອດໄລຍະພາລະກິດແຫ່ງການປະຕິວັດຊາດ-ປະຊາທິປະໄຕ, ການປົກປັກຮັກສາ ແລະ ສ້າງສາພັດທະນາ ກໍ່ຄືໃນພາລະກິດປ່ຽນແປງໃໝ່, ເປັນການຢືງຢັນເຖິງຄວາມເປັນເອກະລາດ, ສິດອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ຕໍ່ສາກົນ, ຊຶ່ງໃນລັດຖະທໍາມະນູນສະບັບປະຈຸບັນ ແມ່ນໄດ້ກໍານົດລະບອບການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ສິດທິ ແລະ ພັນທະພື້ນຖານຂອງພົນລະເມືອງ, ລະບົບການຈັດຕັ້ງກົງຈັກລັດ ຂອງລະບອບປະຊາທິປະໄຕປະຊາຊົນ ທີ່ສ່ອງແສງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມມຸ່ງມາດປາຖະໜາອັນສູງສົ່ງ ແລະ ຄວາມເດັດດ່ຽວຕັດສິນໃຈອັນແຮງກ້າ ຂອງວົງຄະນາຍາດແຫ່ງຊາດລາວ ທີ່ຈະພ້ອມກັນບຸກບືນສູ້ຊົນ ເພື່ອສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ, ບັນລຸຈຸດໝາຍ ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນ ຮັ່ງມີຜາສຸກ, ສັງຄົມ ມີຄວາມສາມັກຄີ ເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ສະນັ້ນ, ການສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ໃນຄັ້ງນີ້, ຖືເປັນເຫດການປະຫວັດສາດທີ່ມີຄວາມໝາຍສໍາຄັນຍິ່ງ ເພື່ອຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ເຂົ້າສູ່ລວງເລິກ ກໍ່ຄືການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ແຜນ 5 ປີ ຄັ້ງທີ V ຂອງແຂວງ ໃຫ້ເຂົ້າສູ່ຊີວິດຕົວຈິງ, ສືບຕໍ່ເຮັດໃຫ້ທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ພາຍໃນແຂວງບໍລິຄໍາໄຊເຊື່ອມຊຶມ, ກໍາແໜ້ນລັດຖະທໍາມະນູນ, ກົດໝາຍຢ່າງເລິກເຊິ່ງ, ທົ່ວເຖິງ, ພ້ອມກັນຍົກສູງສະຕິເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ ແລະ ເປັນເຈົ້າການເຂົ້າຮ່ວມໃນຂະບວນການສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ໃຫ້ມີຄວາມສັກສິດ ແລະ ເຂັ້ມງວດ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.

ຕາງໜ້າຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງ, ສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງພາກລັດ-ເອກະຊົນ ຂໍຮຽກຮ້ອງມາຍັງພະນັກງານ, ກໍາລັງປກສ-ປກຊ, ນັກຮຽນຮູ້ປັນຍາຊົນ, ພໍ່ແມ່ພີ່ນ້ອງຊາວແຂວງບໍລິຄໍາໄຊ ຕ້ອງໄດ້ກຳແໜ້ນ ແລະ ເຂົ້າໃຈ ເຖິງຄວາມໝາຍຄວາມສຳຄັນຂອງລັດຖະທຳມະນູນ, ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍເທົ່ານັ້ນ ຈຶ່ງຈະຮັບປະກັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ຮັບປະກັນສິດອິດສະຫຼະ ພາບ ແລະ ປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ.

About admins14