ລັກອາວຸດເສິກ ໄປບໍ່ລອດ ຈັບໄດ້ພ້ອມຂອງກາງ


ຂ່າວ: ປກສ.

           ໃນວັນທີ່ 12 ພະຈິກ 2020 ເຈົ້າໜ້າທີ່ ວິຊາສະເພາະກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຮັບແຈ້ງຄວາມ ຈາກ ນາງ ສີນ້ຳຕານ ອາຊີບ ພະນັກງານຄູ, ຢູ່ບ້ານໂນນສົມບູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ວ່າ: ໄດ້ມີຄົນຮ້າຍ ງັດແງະເຮືອນຂອງຕົນ ແລ້ວເຂົ້າໄປກວດຄົ້ນເອົາເຄື່ອງຂອງຢູ່ໃນເຮືອນ, ມີເຄື່ອງຂອງທີ່ຖືກເສຍຫາຍ ຄື: ປືນອາກ່າ ພ້ອມດ້ວຍລູກກະສູນ ຈຳນວນ 27 ລູກ ທີ່ເປັນຂອງຜົວ ທາງລັດຖະການ.

        ເມື່ອໄດ້ຮັບການລາຍງານດັ່ງກ່າວ  ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງໄປກວດກາສັນລະສູດສະຖານທີ່ເກີດເຫດ ເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ຂື້ນເປົ້າໝາຍຜູ້ສົງໃສ ພ້ອມທັງຕິດຕາມກວດກາເປົ້າໝາຍທີ່ຢູ່ພາຍໃນບ້ານໂນນສົມບູນ, ຕົກມາຮອດວັນທີ່ 13 ພະຈິກ 2020 ຈຶ່ງສາມາດກັກຕົວເປົ້າໝາຍ ຊື່ ທ້າວ ເປ ປະຊາຊົນ ບ້ານໂນນສົມບູນ ມາທຳການສຶບສວນ-ສອນສວນ.

          ຜ່ານການສຶບສວນເບື່ອງຕົ້ນ ທ້າວ ເປ ໄດ້ໃຫ້ການຮັບສາລະພາບວ່າ: ໃນວັນທີ 12 ພະຈິກ 2020, ເວລາປະມານ 15 ໂມງ ແລງ, ຜູ້ກ່ຽວໄດ້ຍ່າງມາແຕ່ທົ່ງນາ ເຂດບ້ານສີສະຫວາດ ແລ້ວລັດມາທາງບ້ານໂນນສົມບູນ, ພໍມາຮອດໜ້າເຮືອນຂອງ ນາງ ສີນ້ຳຕານ ຫຼື ເຮືອນ ທ້າວ ນ້ອຍຊົມພູ, ກໍ່ເກີດແນວຄິດຢາກເຂົ້າໄປລັກຂອງມີຄ່າຢູ່ໃນເຮືອນຫຼັງດັ່ງກ່າວ ເພາະວ່າເຮືອນບໍ່ມີຄົນຢູ່, ຈາກນັ້ນ ຕົນເອງກໍ່ໄດ້ຍ່າງເຂົ້າໄປ ແລ້ວມຸ່ງໜ້າໄປທາງປະຕະຫຼັງບ້ານ ແລ້ວໃຊ້ໄມ້ງັດຝາແປ້ນເຮືອນຄົວອອກສອງແຜ່ນ ແລ້ວປີນເຂົ້າໄປໃນເຮືອນ, ພາຍຫຼັງເຂົ້າໄປໄດ້ແລ້ວ ເຫັນວ່າປະຕູເຮືອນໃຫຍ່ ແລະ ປະຕູຫ້ອງນອນບໍ່ໄດ້ລອ໊ກ, ຜູ້ກ່ຽວກໍ່ໄດ້ໄປກວດຄົ້ນຫາເຄື່ອງຂອງທີ່ມີຄ່າ ແຕ່ບໍ່ພົບເຫັນຫຍັງ, ຈາກນັ້ນ ຈຶ່ງໄດ້ໄປກວດຄົ້ນຫ້ອງນອນ ຈຶ່ງໄດ້ພົບເຫັນປືນອາກາ ຊຸກເຊື່ອງໄວ້ໃນຕູ້ເສື້ອຜ້າ, ຜູ້ກ່ຽວຈຶ່ງໄດ້ຈັບເອົາປືນກະບອກດັ່ງກ່າວ ແລ້ວຍ່າງເຂົ້າປ່າຫຼັງບ້ານ ລັດໄປທາງເຮືອນ ທ້າວ ເຢ່ ປະຊາຊົນບ້ານສີສະຫວາດ ເພື່ອນຳເອົາປືນກະບອກດັ່ງກ່າວໄປຂາຍໃຫ້ທ້າວເຢ່, ແຕ່ທ້າວ ເຢ່ ປະຕິເສດ ບໍ່ຊື້ ,ຈາກນັ້ນ ກໍໄດ້ຍ່າງໄປຫາທ້າວ ຊໍ່ ປະຊາຊົນ ບ້ານສີສະຫວາດ ແລ້ວບອກໃຫ້ ທ້າວ ຊໍ່ ຊອກຂາຍປືນໃຫ້, ຕົກມາຮອດວັນທີ່ 13 ພະຈິກ 2020, ຈຶ່ງໄດ້ຍີນຂ່າວ ທ້າວ ຊໍ່ ໄດ້ເອົາປືນ ໄປສົ່ງໃຫ້ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ.

          ທ້າວ ເປ ຍັງຮັບສາລະພາບຕໍ່ເຈົ້າໜ້າທີ່ຕື່ມອີກວ່າ: ໃນໄລຍະ ເດືອນ ຕຸລາ ຫາ ເດືອນ ພະຈິກ 2020 ໄດ້ໄປລັກເອົາຈັກສະຕີ່ນຂອງ ທ້າວ ຂັນແກ້ວ ປະຊາຊົນບ້ານໂນນສົມບູນ ແລ້ວເອົາໄປຂາຍໃຫ້ທ້າວ ກູ້ ປະຊາຊົນບ້ານໂນນສົມບູນ ໃນລາຄາ 800,000ກີບ, ຕໍ່ມາກໍ່ໄດ້ລັກຈັກສະຕີນຄົນຫວຽດນາມ ທີ່ພັກເຊົາຢູ່ບ້ານໂນນສົມບູນ ໄປຂາຍໃຫ້ ທ້າວ ພັນ ປະຊາຊົນບ້ານໂນນສົມບູນ ໃນລາຄາ 500,000 ກີບ, ວັນທີ 12 ພະຈິກ 2020 ຈື່ງໄດ້ໄປລັກຂື້ນເຮືອນ ນາງ ສີນຳຕານ ໄດ້ປືນອາກາ ໜື່ງກາບອກ ພ້ອມດ້ວຍລູກກະສູນ 27 ລູກ, ພໍມາຮອດວັນທີ່ 13 ພະຈິກ 2020 ຈຶ່ງຖືກເຈົ້າໜ້າທີ່ກັກຕົວ.


ຕໍ່ກັບການກະທຳຂອງທ້າວ ເປ ນັ້ນ ແມ່ນເປັນການລະເມີດກົດໝາຍແຫ່ງ ສປປ ລາວ, ສ້າງຄວາມບໍ່ສະຫງົບໃຫ້ສັງຄົມ ເປັນການກະທຳ ເພື່ອຫາຜົນປະໂຫຍດໃສຕົວເອງ ໂດຍບໍ່ຄຳນືງຫາຜົນເສຍຫາຍຂອງບຸກຄົນອື່ນ, ເຈົ້າໜ້າທີ່ຈຶ່ງສະຫລຸບສັງລວມຄະດີ ສົ່ງໃຫ້ໄອຍະການ ສັ່ງຟ້ອງໃຫ້ສານຕັດສິນລົງໂທດຜູ້ກ່ຽວ ຕາມລະບຽບກົດໝາຍ.

About admin11