ລັກລອບຂົນສົ່ງຢາໄອ້ ແຕ່ໄປບໍລອດ ຖືກຈັບດໍາເນີນຄະດີ

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ ໃນເວລາປະມານ 16 ໂມງຂອງວັນທີ 21 ຕຸລາ 2021 ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີເປົ້າໝາຍຈະຂົນສົ່ງຢາເສບຕິດປະເພດ (ຢາໄອ໋) ໂດຍນໍາໃຊ້ພາຫາ ລົດຟອດ ແລນເຈີ ສີຂາວ ບໍ່ຕິດແຜ່ນປ້າຍທະບຽນ, ເຈົ້າໜ້າທີ່ຈຶ່ງໄດ້ອອກຕິດຕາມກວດກາ ແລະ ໄດ້ວາງກໍາລັງຕາມຈຸດເສັ້ນທາງຢູ່ເຂດບ້ານນາເມືອງ ຫາບ້ານທົ່ງແປ ເມືອງຄໍາເກີດ ແຂວງບໍລິຄໍາໄຊ.

ຮອດເວລາປະມານ 19 ໂມງຂອງວັນດຽວກັນ ຈຶ່ງພົບເຫັນລົດຂອງເປົ້າໝາຍ ແລະ ມີຄົນນັ່ງຢູ່ເທີງກະບະລົດຄັນດັ່ງກ່າວປະມານ 04-05 ຄົນ ເຊີ່ງໄດ້ຂັບຂີ່ມາແຕ່ເສັ້ນທາງບ້ານນາເມືອງ ຫາບ້ານທົ່ງແປ ເມືອງຄໍາເກີດ, ເຈົ້າໜ້າທີ່ ຈຶ່ງໄດ້ສະກັດລັດລົດຄັນດັ່ງກ່າວໄວ້, ເມື່ອເປັນຄືແນວນັ້ນ ພວກທີ່ນັ່ງຢູ່ກະບະ ແມ່ນໄດ້ເອົາຕົວລົບໜີເຂົ້າປ່າ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດກາລົດຄັນດັ່ງກ່າວ ພ້ອມທັງກັກຕົວ ທ້າວ ປ່າຮົວມົວ ເຈົ້າຂອງລົດ ແລະ ກວດຄົ້ນພົບເຫັນ (ຢາໄອ໋) ຈໍານວນ 03 ເປົາ ມີ 33 ແທ່ງ ນໍ້າໜັກ 35 ກິໂລກຼາມ ແລະ ປືນແວັງ 01 ກະບອກ ຢູ່ກະບະລົດ, ເຈົ້າໜ້າທີ່ ປກສ ຈື່ງໄດ້ກັກຕົວຜູ້ກ່ຽວເພື່ອມາທໍາການສືບສວນ-ສອບສວນຂະຫຍາຍຜົນ.

ຜ່ານການສຶບສວນ-ສອບສວນ ທ້າວ ປ່າຮົວມົວ ໄດ້ໃຫ້ການກັບເຈົ້າໜ້າທີ່ໃນເບື້ອງຕົ້ນວ່າ ເວລາປະມານ 13 ໂມງຂອງວັນທີ 21 ຕຸລາ 2021 ຜູ້ກ່ຽວໄດ້ຂັບຂີ່ລົດຟອດແລນເຈີ ສີຂາວ (ບໍ່ຕິດແຜ່ນປ້າຍທະບຽນ) ອອກຈາກເຮືອນທີ່ບ້ານ ທົ່ງຈະເລີນ ເມືອງຄໍາເກີດ ເພື່ອໄປຕັດຫຍ້າໃຫ້ງົວ ຢູ່ເຂດທາງເຂົ້າບ້ານນາເມືອງ ເມືອງຄໍາເກີດ ພໍຕັດຫຍ້າແລ້ວເວລາປະມານ 18 ໂມງ ຜູ້ກ່ຽວກໍ່ໄດ້ຂັບຂີ່ລົດກັບຄືນມາບ້ານ ພໍມາຮອດເຂດ ບ້ານນາເມືອງ ກໍ່ມີຜູ້ຊາຍ (ຄົນເຜົ້າມົ້ງບໍ່ຮູ້ຊື່) ຈໍານວນ 05 ຄົນມີກະເປົາເປ້ ລັດຂໍຂຶ້ນລົດນໍາ, ຜູ້ກ່ຽວຈຶ່ງໄດ້ຈອດຮັບເອົາຂຶ້ນນັ່ງຢູ່ເທີງກະບະແລ້ວຂັບຂີ່ອອກມາ.

ຮອດເວລາ ປະມານ 19 ໂມງຂອງວັນດຽວ ກໍ່ໄດ້ມີເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ລັດກວດກາລົດຜູ້ກ່ຽວ (ສ່ວນຄົນເຜົ້າມົ້ງ 05 ຄົນແມ່ນໄດ້ເອົາຕົວຫຼົບໜີເຂົ້າປ່າ) ເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າ ແລະ ກັກຕົວຜູ້ກ່ຽວພ້ອມກັບກວດຄົ້ນລົດ ພົບເຫັນ (ຢາໄອ໋) ຈໍານວນ 03 ເປົາ, ມີ 33 ແທ່ງ, ນໍ້າໜັກ 35 ກິໂລກາມ ແລະ ປືນແວັງ 01 ກະບອກ ມາ ສືບສວນ-ສອບສວນ.

ຕໍ່ກັບລາຍຄະດີດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂະຫຍາຍຜົນຂອງເຈົ້າໜ້າທີ່ເພື່ອຊອກຫາກຸ່ມແກ້ງພັກພວກ ພ້ອມແຫຼ່ງທີ່ມາຂອງຢາໄອ໋ຈໍານວນດັ່ງກ່າວ ເພື່ອນໍາຈັບຕົວ ຜູ້ທີ່ກະທໍາຜິດມາດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

About admin11