ລະນຶກວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຄົບຮອບ 20 ປີ

ພິທີລະນຶກວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຄົບຮອບ 20 ປີ, ວັນທີ 25 ພະຈິກ 2000 – ວັນທີ 25 ພະຈິກ 2020 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ພະຈິກ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດປາຖະກະຖາໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງ, ພະນັກງານລັດຖະກອນ ພ້ອມດ້ວຍສະມາຊິກແມ່ຍິງແຂວງ ເຂົ້າຮ່ວມຮັບຟັງ.

ທ່ານ ບຸນສົງ ເພັດຈະເລີນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນດັ່ງກ່າວວ່າ: ວັນທີ 25 ພະຈິກ ໄດ້ຖືກຍົກຂຶ້ນທຳອິດໃນອາເມລິກາລາຕິນ ແລະ ໄດ້ຄ່ອຍໆ ແຜ່ຂະຫຍາຍອອກໄປສູ່ປະເທດຕ່າງໆໃນທົ່ວໂລກ ໃຫ້ເປັນວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ໄດ້ຖືກປະກາດເປັນຄັ້ງທຳອິດໃນກອງປະຊຸມນັກເຄື່ອນໄຫວສົ່ງເສີມດ້ານສິດທິແມ່ຍິງ ໃນຂົງເຂດອາເມລິກາລາຕິນ ແລະ ຄາຣິບຽນ ເຊິ່ງຈັດຂຶ້ນທີ່ນະຄອນໂບໂກຕາ ປະເທດໂກລົມເບຍ ລະຫວ່າງວັນທີ 18-21 ກໍລະກົດ 1981 ເພື່ອລະນຶກເຖິງວິລະກຳຂອງສາມເອື້ອຍນ້ອງຕະກູນ ມີຣາບານ ຈາກສາທາລະນະລັດໂດມີນີແກນ ທີ່ຖືກລອບຄາດຕະກຳຢ່າງໂຫດຮ້າຍປ່າເຖື່ອນ ໃນປີ 1960 ໃນລະບອບຜະເດັດການຂອງ ຣາຟາເອລ ທຣູກີໂລ ເຊິ່ງທົ່ວໂລກໄດ້ຮັບຮູ້ວ່າ ເປັນວັນຕ້ານຄວາມຮຸນແຮງບົນພື້ນຖານທາງເພດ. ສາມເອື້ອຍນ້ອງຕະກູນ ມີຣາບານ ລວມມີ ນາງ ປາເຕຼຍ, ນາງ ມີແນວາ ແລະ ນາງ ມາເຣຍ ເຕເຣຊາ ເກີດທີ່ເຂດໄຊບາສ ສາທາລະນະລັດໂດມິນິແກນ ແລະ ຈົບການສຶກສາຢູ່ເຂດດັ່ງກ່າວ ພວກເຂົາເປັນນັກເຄື່ອນໄຫວການເມືອງ ເປັນສັນຍາລັກໃນການຕໍ່ຕ້ານລະບອບຜະເດັດການຂອງທຣູກີໂຣ ຍ້ອນແນວນັ້ນ ພວກເຂົາຈຶ່ງຖືກຈັບກຸມຂັງຊ້ຳແລ້ວຊ້ຳອີກ ແຕ່ສາມເອື້ອຍນ້ອງກໍ່ຍັງສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າ ເດືອນມັງກອນ ປີ 1960 ນາງ ປາເຕຼຍ ໄດ້ເປັນເຈົ້າການຈັດກອງປະຊຸມ ຊຶ່ງນຳໄປສູ່ການສ້າງຕັ້ງຂະບວນການເຄື່ອນໄຫວໃຕ້ດິນ ແຕ່ກໍ່ຖືກລົ້ມແຫຼວ, ສາມເອື້ອຍນ້ອງ ແລະ ເພື່ອນສະຫາຍໃນຂະບວນດັ່ງກ່າວຢູ່ບ່ອນຕ່າງໆ ກໍ່ຖືກຈັບກຸມ ແລະ ໃນວັນທີ 25 ພະຈິກ 1960 ສາມເອື້ອຍນ້ອງ ກໍ່ຖືກລອບຄາດຕະກຳໃນເວລາຂີ່ລົດໄປຢາມສາມມີຂອງພວກເຂົາ ທີ່ຖືກຄຸມຂັງຢູ່ໃນຄຸກ ເຫດການຄັ້ງນັ້ນ ໄດ້ສ້າງຄວາມຄຽດແຄ້ນໃຫ້ປະຊາຊົນໃນທົ່ວປະເທດອັນເປັນສາເຫດພາໃຫ້ເກີດມີຂະບວນການກ່າວປະນາມ ແລະ ຕໍ່ຕ້ານລະບອບທຣູກີໂຣ ຢ່າງຮຸນແຮງ ແລະ ນຳໄປເຖິງການລົ້ມລະລາຍໃນປີຕໍ່ມາ.

ສາມເອື້ອຍນ້ອງໄດ້ຖືກຍົກຍ້ອງວ່າ ເປັນແມງກະເບື້ອທີ່ຫຼົງບໍ່ອາດລືມໄດ້ ແລະ ກາຍເປັນສັນຍາລັກແຫ່ງການຕໍ່ຕ້ານການຕົກເປັນເຫຍື່ອຄວາມຮຸນແຮງຂອງແມ່ຍິງ ກາຍເປັນສັນຍາລັກແຫ່ງການຕໍ່ສູ້ຂອງປະຊາຊົນ ແລະ ການປະທ້ວງເພື່ອຮຽກຮ້ອງສິດທິຂອງແມ່ຍິງ ໃນເດືອນ ມິຖຸນາ 1991 ແມ່ຍິງ 23 ຄົນ ຈາກ 20 ປະເທດ ທີ່ເປັນສະມາຊິກຂອງສູນເພື່ອຄວາມເປັນຜູ້ນຳຂອງແມ່ຍິງທົ່ວໂລກ ແລະ ສະຖາບັນໂລກກ່ຽວກັບຜູ້ຍິງ, ຄວາຮຸນແຮງ ແລະ ສິດທິມະນຸດ ໄດ້ຮຽກຮ້ອງໃຫ້ເປີດຂະບວນການເຄື່ອນໄຫວ 16 ວັນ ຕ້ານຄວາມຮຸນແຮງບົນພື້ນຖານຄຸນລັກສະນະທາງເພດ ໂດຍເລີ່ມແຕ່ວັນທີ 25 ພະຈິກ ເປັນວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ.

ນັບແຕ່ນັ້ນມາ ວັນທີ 25 ພະຈິກ ຂອງທຸກໆປີ ໄດ້ກາຍເປັນສັນຍາລັກຂອງການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເພື່ອໃຫ້ບັນດາປະເທດທົ່ວໂລກ ໄດ້ພ້ອມກັນລະນຶກເຖິງເຫດການດັ່ງກ່າວ ພາຍໃຕ້ຫົວຂໍ້ ຮັບຟັງຂ້ອຍແດ່ ( Hear me too ) ທີ່ສື່ສານສຳຄັນເຖິງຄວາມຕ້ອງການຂອງແມ່ຍິງ ແລະ ເດັກຍິງ ຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງໃນຄອບຄົວ ກໍຄືໃນສັງຄົມ.

About admins16