ຢືນຢັນເປັນທາງການບໍລິຄຳໄຊ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 3 ກໍລະນີ

ຜ່ານການເຝົ້າລະວັງ, ປ້ອງກັນ, ກວດກາ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງບໍລິຄຳໄຊ ມາຮອດປະຈຸບັນ ພົບ 3 ຄົນ ທີ່ຕິດເຊື້ອພະຍາດໂຄວິດ-19, ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ທັງເປັນຮອງປະທານຄະນະກຳມະການສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄູມ ແລະ ການແກ້ໄຂ ການລະບາດພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໄດ້ຖະແຫຼງການ ໃນຕອນເຊົ້າວັນທີ 2 ພຶດສະພາ 2021 ຢູ່ສະຖານີວິທະຍຸ-ໂທລະພາບ ແຂວງບໍລິຄຳໄຊ.

ເພື່ອປ້ອງກັນ ແລະ ຄວບຄຸມ ການລະບາດພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ໃຫ້ມີປະສິດທິພາບ ຄະນະສະເພາະກິດທຸກຂັ້ນໄດ້ສຸມໃສ່ຫຼາຍວຽກງານຈຳເປັນເຊັ້ນ: ການສຶກສາອົບຮົມ, ສ້າງຄວາມເຂົ້າໃຈ, ໂຄສະນາເຜີຍແຜ່ຄວາມອັນຕະລາຍຂອງພະຍາດດັ່ງກ່າວ, ເກັບກຳຂໍ້ມູນການເຄື່ອນຍ້າຍເຂົ້າມາ, ຕິດຕາມປະຫວັດການພົວພັນໃກ້ຊິດກັບເປົ້າໝາຍທີ່ມີຄວາມສ່ຽງຕ່າງໆ, ກຳນົດບຸກຄົນເພື່ອກັກກັນແຍກປ່ຽວ ແລະ ອື່ນໆ, ໃນທົ່ວແຂວງມີສູນກັກກັນທັງໝົດ 16 ສູນ, ມີຜູ້ກັກກັນໃນ 7 ຕົວເມືອງ 499 ຄົນ, ຍິງ 133 ຄົນ ແລະ ມີສູນປິ່ນປົວຂອງແຂວງ 1 ສູນ ຈຳນວນ 12 ຕຽງ, ມາຮອດວັນທີ 1 ພຶດສະພາ 2021 ໄດ້ກວດຕົວຢ່າງຈາກຜູ້ທີ່ມີຄວາມສ່ຽງທັງໝົດ 5.414 ຕົວຢ່າງ, ມີຜູ້ຕິດເຊື້ອ 3 ກໍລະນີ ໃນນັ້ນຢູ່ເມືອງປາກຊັນ 1 ຄົນ, ເມືອງບໍລິຄັນ 1 ຄົນ ແລະ ເມືອງທ່າພະບາດ 1 ຄົນ ( ໃໝ່ ) ປະຈຸບັນ ຜູ້ຕິດເຊື້ອໄດ້ເຂົ້າຮັບການປື່ນປົວ ຢູ່ສູນປິ່ນປົວຫຼັກ6 ແລ້ວ, ສ່ວນກຸ່ມສ່ຽງທີ່ສຳພັດກັບກໍລະນີທີ່ 1 ຢູ່ເມືອງບໍລິຄັນ ແມ່ນໄດ້ເຝົ້າລະວັງກັກຕົວເປັນເວລາ 14 ວັນ ເຫັນວ່າຜົນກວດເປັນລົບທັງໝົດ ໝາຍຄວາມວ່າບໍ່ພົບເຊື້ອ.

ໃນຕອນທ້າຍ ທ່ານ ດຣ ສອນໄຊ ປັນຍານຸວົງ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃນທົ່ວສັງຄົມ ຈົ່ງສືບຕໍ່ປະຕິບັດຕາມຄຳສັ່ງແຈ້ງການຂອງຂັ້ນເທີງຢ່າງເຂັ້ມງວດ, ການປະຕິບັດມາດຕະການປ້ອງກັນ ໂດຍສະເພາະການໃຊຜ້າອັດປາກ, ໃຊ້ໄລຍະຫ່າງ 2 ແມັດ, ຢູ່ເຮືອນ, ປ້ອງກັນຕົນເອງຕາມຫຼັກການແພດ, ຕື່ນຕົວໃນການລາຍງານຕົນເອງ ແລະ ແຈ້ງຄະນະສະເພາະກິດແຕ່ລະຂັ້ນ ເພື່ອກັກຕົນ ແລະ ເກັບຕົວຢ່າງ ໃນກໍລະນີທີ່ຕົນເອງ ມີຄວາມສ່ຽງຕິດພະຍາດໂຄວິດ-19, ເປັນເຈົ້າການໃນການປຸກລະດົມທົ່ວສັງຄົມ ເຂົ້າມາຮັບຢາວັກຊີນກັນພະຍາດໂຄວິດ-19, ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ແລະ ພັກນັກງານພາກລັດ ໃນການຕິດຕາມ, ກວດກາ ຄົນທີເດີນທາງເຂົ້າ-ອອກ ຕາມບ້ານ, ເມືອງ, ແຂວງ, ຕາມບໍລິເວນຊາຍແດນ ແລະ ອື່ນໆ ທັງນີ້ກໍ່ເພື່ອເຮັດໃຫ້ວຽກງານການປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະພາດພະຍາດຈຸລະໂລກສາຍພັນໃໝ່ໂຄວິດ-19 ໃຫ້ໄດ້ຮັບຜົນດີ.

About admins14