ມ.ສ ສີທ່ານາໄຊ ເປີດງານແຂ່ງຂັນກິລາ-ສິລະປະ ຕ້ານສິ່ງເສບ ປະຈໍາສົກຮຽນ 2022-2023

ພິທີເປີດການແຂ່ງຂັນກິລາ-ສິລະປະ ຕ້ານສິ່ງເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ຄັ້ງທີ Ⅳ ສົກຮຽນ 2022 – 2023 ຂອງໂຮງຮຽນ ມ.ສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ມັງກອນ 2023 ຢູ່ເດີ່ນກິລາໂຮງຮຽນຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມພອນ ວັນນະລາດ ຮັກສາການຜູ້ອໍານວຍການ ມສ ສີທ່ານາໄຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາເພັດ ໄຊປັນຍາ ຮອງຫົວຫນ້າພະແນກສຶກສາທິການ ແລະກິລາແຂວງ, ມີຄະນະພັດທະນາການສຶກສາຂັ້ນບ້ານ, ພ້ອມດ້ວຍແຂກຖືກເຊີນ, ຜູ້ປົກຄອງນັກຮຽນ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ ພາຍໃນໂຮງຮຽນ ເຂົ້າຮ່ວມ.

ທ່ານ ຊາຍພອນ ຊະນະໄຊ ຄະນະອໍານວຍການໂຮງຮຽນ ມສ ສິທ່ານາໄຊ ລາຍງານວ່າ: ການຈັດກິດຈະກໍາແຂ່ງຂັນກິລາ-ສິລະປະ ພາຍໃນ ມສ ສີທ່ານາໄຊ ບໍ່ພຽງແຕ່ເປັນການສ້າງຂະບວນການໃຫ້ຟົດຟື້ນມ່ວນຊື່ນເທົ່ານັ້ນ ຍັງເປັນການສືບຕໍ່ສ້າງຂະບວນຕ້ານສິ່ງເສບຕິດ ກໍ່ຄື ບັນຫາຫຍໍ້ທໍ້ຕ່າງໆໃນໂຮງຮຽນ. ພ້ອມກັນນັ້ນ, ກໍຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ໃຫຍ່ຫຼວງ ເຂົ້າໃນຂະບວນການກິລາ-ສິລະປະ ໃຫ້ແກ່ປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນເມືອງປາກຊັນ ແຂວງບໍລິຄໍາໄຊ ສ້າງໂອກາດໃຫ້ນັກຮຽນຜູ້ທີ່ມີພອນສະຫວັນດ້ານກິລາ ແລະ ດ້ານສິລະປະ ກ້າສະແດງອອກທາງດ້ານຄວາມສາມາດຂອງເຂົາເຈົ້າ ກາຍເປັນນັກກິລາ ແລະ ນັກສິລະປະ ລະດັບອາຊີບ ໃນອະນາຄົດຂອງຊາດ.

ການແຂ່ງຂັນລາຍການດັ່ງກ່າວ ແມ່ນຈະດຳເນີນຈົນໄປເຖິງ 31 ມີນາ 2023 ຈຶ່ງຈະສໍາເລັດ ຊຶ່ງມີການຊີງໄຊກັນທັງໝົດ 5 ປະເພດກິລາ ຄື: ບານເຕະຟຸດຊໍ 7 ຄົນ ຍິງ-ຊາຍ ມ. ຕົ້ນ ແລະ ມ.ປາຍ ລວມ 21 ທີມ, ບານສົ່ງ ຍິງ-ຊາຍ ມ.ປາຍ 10 ທີມ, ກະຕໍ້ ຊາຍ ມ.ຕົ້ນ ແລະ ມ.ປາຍ ລວມ 21 ທີມ, ແລ່ນລານ ມ.ຕົ້ນ 12 ທີມ ແລະ ດຶງເຊືອກ.

ໂອກາດດຽວກັນ ທ່ານ ສົມພອນ ວັນນະລາດ ຮັກສາການຜູ້ອໍານວຍການໂຮງຮຽນ ກໍຍັງໄດ້ສະແດງຄວາມຮູ້ສຶກພາກພູມໃຈເປັນຢ່າງສູງທີ່ໄດ້ເປີດການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ປະຈໍາປີ ແລະ ປີນີ້ ຈັດຂຶ້ນກໍຄືທຸກໆປີຜ່ານມາ ເພື່ອເປັນການສ້າງຂະບວນການພາຍໃນໃຫ້ຟົດຟື້ນມ່ວນຊື່ນ, ສ້າງຄວາມເຂັ້ມແຂງ, ສ້າງຄວາມສາມັກຄີຮັກແພງ ລວມທັງຊຸກຍູ້ຈິດໃຈຂອງຄູອາຈານ ແລະ ນັກຮຽນ ພາຍໃນໂຮງຮຽນ ມສ ສີທ່ານາໄຊ ໃຫ້ກາຍເປັນໂຮງຮຽນແບບຢ່າງຮອບດ້ານ ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນໂຮງຮຽນ ແນໃສ່ສົ່ງເສີມການຈັດຕັ້ງປະຕິບັດ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃຫ້ປະກົດຜົນເປັນຈິງ.

About admins16