ມ.ສ ສີທ່ານາໄຊ ກອດຄໍ ກັບ ປ້ຳນ້ຳມັນ ແສນສຳລານ ຄວ້າແຊ້ມບານເຕະ

ນັດຊີງຊະນະເລີດບານເຕະ ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2021 ຢູ່ເດີ່ນເຕະບານໂຮງຮຽນສີທ່ານາໄຊ ເປັນການຊີງໄຊກັນລະຫວ່າງ ທີມເຕະບານຊາຍ ມ.ສ ສີທານາໄຊ ພົບກັບ ມ.ສ ປາກທວາຍ ໃນຂະບວນການຕ້ອນຮັບ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2.

ພໍແຕ່ກຳມະການເປົ່າເລີ່ມເກມ ທັງສອງຝ່າຍກໍ່ເປີດເກມບຸກໃສ່ກັນຢ່າງດຸເດືອດ ພໍຮອດນາທີ 5 ມ.ສ ສີທ່ານນາໄຊ ໄດ້ໂອກາດຍິງແບບເຕັມຂໍ້ ເຂົ້າປະຕູຢ່າງສວຍງາມ ແຕ່ໜ້າເສຍດາຍ ກຳມະການເປົ່າເປັນລູກລ້ຳໜ້າ ມ.ສ ປາກງຽບ ກໍ່ໄດ້ໂອກາດສວນກັບ ແຕ່ກອງໜ້າຍິງຂ້າມຄານອອກໄປ.

ມາໃນນາທີທີ່ 20 ມ.ສ ປາກທວາຍ ມາໄດ້ຈຸດໂທດຈາກການເຂົ້າສະກັດພາດຂອງກອງຫຼັງ ສີທ່ານາໄຊ ເຮັດໃຫ້ກຳມະການເປົ່າເປັນຈຸດໂທດທັນທີ ແລະ ສັງຫານເຂົ້າໄປແບບບໍ່ພາດ ເປັນປະຕູອອກນຳ 1 ປະຕູຕໍ່ 0, ແຕ່ ມສ ປາກທວາຍ ກໍ່ດີໃຈ ໄດ້ພຽງ 5 ນາທີເທົ່ານັ້ນ ສີທ່ານາໄຊ ໄດ້ເປີດເກມບຸກໃສ່ຢ່າງດຽວ ຈົນສາມາດຍິງປະຕູຕີສະເໝີໄດ້ໃນນາທີທີ່ 25 ຈາກໝາຍເລກ 23 ຍິງເຂົ້າໄປຢ່າງສວຍງາມ.

ມສ ສີທ່ານາໄຊ ຍັງເປີດເກມບຸກຕໍ່ເນື່ອງ ເຮັດໃຫ້ໄດ້ປະຕູຂຶ້ນນຳເປັນ 2 ປະຕູຕໍ່ 1 ຈາກການພາດຂອງນັກຮັບ ປາກທວາຍ ເຮັດໃຫ້ໝາຍເລກ 93 ຍິງຊໍ້າເຂົ້າໄປ ແລະ ຈົບເຄິ່ງເວລາທໍາອິດ ສີທ່ານາໄຊອອກນໍາ 2 ປະຕູຕໍ່ 1.

ເລີ່ມເກມເຄີ່ງຫຼັງ ທັງສອງຝ່າຍຕ່າງແລກເກມລຸກໃສ່ກັນ ໃນທ່າມກາງຂອງກອງເຊຍທັງສອງຝ່າຍ ທີ່ສົ່ງສຽງເຊຍຢ່າງຄຶກຄື້ນມ່ວນຊື່ນ, ມສ ປາກທວາຍ ໄດ້ໂອຍິງຫຼາຍກ່ວາ ແຕ່ກອງໜ້າຍັງບໍ່ຄົມພໍ ເຮັດໃຫ້ບານຂ້າມຄ້ານອອກໄປ ແລະ ຍັງຖືກຜູ້ຮັກສາປະຕູ ສີທ່ານາໄຊ ເຊັບຕີ່ໄດ້ຫຼາຍຄັ້ງ ເຮັດໃຫ້ບໍ່ສາມາດຜ່ານມືຂອງຜູ້ຮັກສາປະຕູໄປໄດ້ ຈົບເກມທັງສອງທີມ ຍິງກັນເພີ່ມບໍ່ໄດ້ ເຮັດໃຫ້ ມສ ສີທ່ານາໄຊ ສາມາດເຊືອດເອົາຊະນະ ມ.ສ ປາກທວາຍໄປໄດ້ 2 ປະຕູຕໍ່ 1 ຄ້ວາແຊ້ມໄປຄອງໄດ້ສຳເລັດ.

ນັດຊີງທີ 3 ເປັນການພົບກັນລະຫວ່າງທີມ ມ.ສ ໜອງບົວ ເມືອງປາກຊັນ ພົບກັບ ມ.ສ ວຽງຄຳ ເມືອງປາກກະດິງ ທັງສອງແມ່ນຈົບດ້ວຍການຍິງຈຸດໂທດ ແລະ ເປັນຝ່າຍ ມ.ສ ໜອງບົວ ທີ່ສາມາດຍິງໄດ້ຄົມກວ່າ ຄ້ວາທີ່ 3 ໄປຄອງ.

ສ່ວນບານເຕະຊາຍລຸ່ນທົ່ວໄປ ອັນດັບ 1 ໄດ້ແກ່ ທີມປ້ຳນ້ຳມັນແສນສຳລານ ເມືອງປາກກະດິງ, ອັນດັບ 2 ໄດ້ແກ່ພະແນກສຶກສາທິການ ແລະ ກິລາແຂວງ, ອັນດັບ 3 ໄດ້ແກ່ທີມ ປກສ ແຂວງ ແລະ ອັນດັບ 4 ໄດ້ແກ່ທີມ ພີທີທີ ຫ້ວຍສຽດ.

ສຳລັບປະເພດລາງວັນ ຊະນະເລີດ ແມ່ນໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 500.000 ກີບ, ອັນດັບ 2 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 400.000 ກີບ, ດັບ 3 ໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 300.000 ກີບ ແລະ ອັນດັບ 4 ໄດ້ຮັບເງິນສົດ 150.000 ກີບ ເປັນກຽດມອບໂດຍທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ປະທານແນວລາວສ້າງຊາດແຂວງ, ທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານນາງ ແຕ່ງທອງ ພູນສະລິດ ຄະນະສະຫະພັນບານເຕະແຂວງ ຕາມລຳດັບ.

About admins16