ມ.ສ ບໍລຄັນ ຈັດງານປະກວດການແຂ່ງຂັນສີລະປະ-ວັນນະຄະດີແລະນັກຮອງສຽງດີ

ເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີໃນຕອນບ່າຍວັນທີ່ 27 ພະຈິກ 2020ຜ່ານມານີ້ ຢູ່ໂຮງຮຽນ ມ.ສ ບໍລຄັນ-ເມືອງບໍລິຄັນໄດ້ ຈັດງານປະກວດການແຂ່ງຂັນສີລະປະ-ວັນນະຄະດີ ແລະນັກຮອງສຽງດີ ຂັ້ນໂຮງຮຽນຂອງຕົນຂື້ນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດລືໄຊ ຜາແກ້ວວິໄລ ຮອງຫົວໜ້າຫ້ອງການສືກສາແລະກິລາເມືອງ, ທ່ານ ອາຈານ ຄໍາສອນ ສິດທິປັນຍາ ຜູ້ອໍານວຍການໂຮງຮຽນ ມ.ສ ບໍລິຄັນ, ມີແຂກຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນຈາກຊັ້ນຮຽນຕ່າງໆເຂົ້າຮ່ວມ.

ທ່ານ ອາຈານ ຄໍາສອນ ສິດທິປັນຍາ ຜູ້ອໍານວຍການໂຮງຮຽນ ໄດ້ລາຍງານສະພາບການຫ້າງຫານກະກຽມງານແຂ່ງຂັນປະກວດສິນລະປະ-ວັນນະຄະດີແລະນັກຮ້ອງສຽງດີຂັ້ນໂຮງຮຽນຂອງຕົນ, ການແຂ່ງຂັນສີນລະປະວັນນະຄະດີໃນຄັ້ງນີ້ມີນ້ອງນັກຮຽນແຕ່ລະຊັ້ນຮຽນສົ່ງລາຍການເຂົ້າຮ່ວມແຂ່ງຂັນທັງໝົດ 15 ລາຍການ ໃນນັ້ນມີບົດຟ້ອນ 7 ລາຍການ, ຮ້ອງເພັງ 6 ລາຍການ ແລະ ບົດຟ້ອນຄູ-ອາຈານ 2 ລາຍການ, ຜົນການແຂ່ງຂັນ ບົດຮ້ອງເພັງໄດ້ອັນດັບທີ່ 1 ໄດ້ແກ່ ນາງ ໜອນຄໍາ ຊັ້ນມ. 1, ອັນດັບທີ່ 2 ໄດ້ແກ່ ທ້າວ ຫວີງຄໍາຊັ້ນ ມ. 6, ອັນດັບທີ່ 3 ໄດ້ແກ່ທ້າວ ເຄນອ້ຽວ ຊັ້ນ ມ. 5, ຜົນການແຂ່ງຂັນບົດຟ້ອນອັນດັບທີ່ 1  ໄດ້ແກ່ຊັ້ນ ມ. 1 ແລະ ມ. 6,ອັນດັບທີ່ 2 ໄດ້ແກ່ ຊັ້ນ ມ.2 ແລະ ມ.7, ອັນດັບທີ່ 3 ໄດ້ແກ່ຊັ້ນມ. 3ແລະ ມ.5  ພ້ອມດຽວກັນນັ້ນຍັງໄດ້ມອບຂອງຂັວນລາງວັນໄຫ້ແກ່ນ້ອງນັກຮຽນຜູ້ທີ່ໄດ້ຮັບລາງວັນຊະນະເລີດ ໃຫ້ກຽດມອບໂດຍຜູ້ອໍານວຍການໂຮງຮຽນມ.ສ ບໍລິຄັນ ແລະ ທ່ານ ຮອງຫົວໜ້າຫ້ອງການສືກສາ ແລະ ກິລາເມືອງ.

About admin11