ມ.ສ ຈອມທອງ ຈັດພິທີເປີດງານກິລາຕ້ານຢາເສບຕິດ


ໃນຕອນບ່າຍຂອງວັນທີ 28 ຕຸລາ 2020 ໂຮງຮຽນ ມ.ສ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດງານກິລາຕ້ານຢາເສບຕິດຂື້ນ ຢູ່ທີ່ເດີ່ນໂຮງຮຽນມ.ສ ຈອມທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດອນຈັນ ດິດສຸພັນ ຮອງນາຍບ້ານໃຫຍ່ຈອມທອງ, ມີອຳນວຍການໂຮງຮຽນ, ຄູ-ອາຈານ ຕະຫຼອດຮອດກ້ອນກຳລັງຂອງນ້ອງນັກຮຽນ ເຂົ້າຮ່ວມ.

ໃນພິທີ ໄດ້ມີການເດີນກ້ອນກຳລັງຂອງນັກກິລາປະຈຳແຕ່ລະຫ້ອງ, ຫລັງຈາກເປີດພິທີຢ່າງເປັນທາງການແລ້ວ ຄະນະຮັບຜິດຊອບຈັດການແຂ່ງຂັນກິລາ ກໍ່ໄດ້ກ່າວຈຸດປະສົງຂອງການຈັດງານປະຈຳປີ ວ່າ: ການຈັດງານແຂ່ງຂັນຕ້ານຢາເສບຕິດນີ້ ແມ່ນຂະບວນການໜຶ່ງທີ່ມີຄວາມໝາຍສຳຄັນ ສຳລັບບນ້ອງໆນັກຮຽນ ເພາະມັນໄດ້ເປັນການສ້າງພາລະນາໄມ ໃຫ້ສຸຂະພາບແຂງແຮງ, ສ້າງສັນຄວາມສາມັກຄີ ມີນ້ຳໃຈຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ ພ້ອມກັນຫ່າງໄກສິ່ງເສບຕິດ ຫັນໜ້າເຂົ້າສູ່ການສຶກສາຮ່ຳຮຽນເອົາຄວາມຮູ້ ເພື່ອກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນ.

ຫລັງຈາກນັ້ນ ກໍ່ໄດ້ຮັບຊົມສີລະປະຈາກນ້ອງນັກຮຽນ ແລະ ການແຂ່ງຂັນກິລາບານເຕະຄູ່ເປີດສະໜາມ ລະຫວ່າງ ມ7/1 ພົບກັບ ມ7/2 ຜົນການແຂ່ງຂັນເຫັນວ່າ ມ7/1 ເອົາຊະນະ 3 ປະຕູຕໍ່ 0.

About admin11