ມ້າງແກ້ງມົ້ວສູມຢາເສບຕິດ ຢູ່ບ້ານນ້ຳພາວ ແລະ ນ້ຳເດີນ ເມືອງຄຳເກີດ

ໂດຍປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ເມືອງຄຳເກີດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ວັນທີ 20 ເມສາ 2022 ໄດ້ມີພົນລະເມືອງດີລາຍງານວ່າ ມີກຸ່ມຄົນຈໍານວນໜຶ່ງ ໄດ້ເຄື່ອນໄຫວຄ້າຂາຍ ແລະ ມົ້ວສຸມເສບຢາເສບຕິດ ໂດຍໃຊ້ ເຮືອນຂອງ ທ້າວ ບານ, ທ້າວ ຈົ່ງເສີຢ່າງ, ທ້າວ ສົມໝາຍ ບ້ານນໍ້າເດີນ, ເຮືອນຂອງທ້າວ ຈາປາວຫາ ບ້ານນໍ້າພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ, ພາຍຫຼັງໄດ້ຮັບການລາຍງານຄືດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຄຳເກີດ ຈີ່ງໄດ້ຈັດຕັ້ງກຳລັງອອກເຄື່ອນໄຫວຕິດຕາມ, ກວດກາຂໍ້ມູນແຫຼ່ງຂ່າວ ເຫັນວ່າມີຄວາມຈີງແທ້.

ມາຮອດ ວັນທີ 9 – 10 ມິຖຸນາ 2022 ຈີ່ງໄດ້ຈັດຕັ້ງກຳລັງເຈົ້າໜ້າທີ່ວິຊາສະເພາະສົມທົບກັບພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນເຄຫະສະຖານ ຂອງເປົ້າໝາຍດັ່ງກ່າວ ສາມາດກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 5 ຄົນ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 1.747 ເມັດ, ເຮໂລອີນ 3 ຫຼອດນ້ອຍ, ປືນແກັບ 2 ກະບອກ, ປືນສັ້ນດັດແປງ 1 ກະບອກ ແລະ ເລົາປືນແກັບ 4 ເລົາ.

ໃນນັ້ນ ກັກຕົວ ທ້າວ ຈາປາວຫາ ອາຍຸ 50 ປີ ປະຊາຊົນ ບ້ານ ນໍ້າພາວ ພ້ອມຂອງກາງຢາບ້າ 1,141 ເມັດ, ປືນແກັບ 2 ກະບອກ, ປືນສັ້ນດັດແປງ 1 ກະບອກ ເລົາປືນແກັບ 4 ເລົາ, ນາງ ລີວື ອາຍຸ 26 ປີ ປະຊາຊົນ ບ້ານນໍ້າພາວ ຂອງກາງ ຢາບ້າ 115 ເມັດ, ທ້າວ ບານ ຄຳເຮືອງ ອາຍຸ 50 ປີ ປະຊາຊົນ ບ້ານນໍ້າເດີນ ຂອງກາງ ຢາບ້າ 289 ເມັດ, ທ້າວ ຈົງເສີຢ່າງ ອາຍຸ 65 ປີ ປະຊາຊົນ ບ້ານນໍ້າເດີນ ຂອງກາງຢາບ້າ 122 ເມັດ ເຮໂລອີນ 3 ຫຼອດນ້ອຍ, ທ້າວ ສົມໝາຍ ອາຍຸ 32 ປີ ປະຊາຊົນ ບ້ານນໍ້າເດີນ ຂອງກາງຢາບ້າ 80 ເມັດ ແລະ ກັກຕົວກຸ່ມມົ້ວສຸມ ເສບຢາເສບຕິດໄດ້ອີກ ຈໍານວນ 21 ຄົນ ມາສືບສວນ-ສອບສວນຂະຫຍາຍຜົນ ແລະ ດຳເນີນຄະດີຕໍ່ພວກກ່ຽວຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

About admin11