ມູນນິທິຊ່ວຍເຫຼືອຜູ້ທຸກຍາກ ແຫ່ງ ສປປ ລາວ ມອບອຸປະກອນການແພດ ໃຫ້ແກ່ 3 ເມືອງ

ພິທິມອບອຸປະກອນການແພດ ໃຫ້ໂຮງໝໍຊູມຊົນ ຂອງເມືອງບໍລິຄັນ, ເມືອງວຽງທອງ ແລະ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 3 ທັນວາ 2020 ຢູ່ທີ່ສະພາປະຊາຊົນແຂວງ, ອຸປະກອນທີ່ນຳມາຊ່ວຍເຫຼືອ ປະກອບມີຕຽງນອນຄົນເຈັບ ຈຳນວນ 21 ຊຸດ ລວມມູນຄ່າ 100 ລ້ານກວ່າກີບ, ໃນນັ້ນ ມອບໃຫ້ໂຮງໝໍຊຸມຊົນ ເມືອງປາກກະດິງ 6 ຊຸດ, ໂຮງໝໍຊຸມຊົນເມືອງບໍລິຄັນ 10 ຊຸດ ແລະ ໂຮງໝໍຊຸມຊົນເມືອງວຽງທອງ 5 ຊຸດ.

 ເປັນກຽດມອບໂດຍທ່ານ ນາງ ສີສະຫຼຽວ ທຳມະເທວາ ປະທານມູນນິທິຊ່ວຍເຫລືອຜູ້ທຸກຍາກ ແຫ່ງ ສປປ ລາວ ໂດຍມອບໃຫ້ ຫ້ອງການສາທາລະນະສຸກ ເມືອງບໍລິຄັນ, ປາກກະດິງ ແລະ ວຽງທອງ  ໂດຍຊ້ອງໜ້າ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ, ພະແນກການ ແລະ ຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີິພິຍານ.

ນັບແຕ່ປີ 2017 ເປັນຕົ້ນມາ ມູນນິທິຊ່ວຍເຫລືອຜູ້ທຸກຍາກ ແຫ່ງ ສປປ ລາວ ໄດ້ໃຫ້ການຊ່ວຍເຫລືອແຂວງບໍລິຄຳໄຊ ມາຕະຫຼອດ ເປັນຕົ້ນແມ່ນ: ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ ແລະ ອຸປະກອນການແພດ ລວມມູນຄ່າທັງໝົດ 267 ລ້ານກວ່າກີບ.

About admins14