ມູນນິທິເຈົ້້າໂຕ່ງກູ້ຊີບ ປະກອບສ່ວນຊ່ວຍເຫຼືອສູນກັກກັນ 16 ລ້ານກ່ວາກີບ

ໃນຕອນເຊົ້າວັນທີ 2 ສິງຫາ 2021 ຢູທີ່ສະໂມສອນດອກປີກໄກ່ ຂອງເມືອງປາກກະດິງ ແຂວງບໍລິຄຳໄຊ ເຊິ່ງເປັນສູນກັກກັນກຸ່ມຄົນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ຂັ້ນເມືອງ, ໄດ້ມີພິທີມອບ ຫ້ອງນ້ຳ 5 ຫ້ອງ, ເຮືອນຄົວຊົ່ວຄາວ 1 ຫຼັງ ແລະ ເຕົາແກັດ 1 ຊຸດ ລວມມູນຄ່າ 16.350.000 ກີບ.

ເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ຂອງມູນນິທິເຈົ້າໂຕ່ງກູ້ຊີບ, ເພື່ອໃຫ້ຮັບໃຊ້ເຂົ້າໃນວຽກງານກັກກັນກຸ່ມຄົນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ໃຫ້ມີຄວາມສະດວກຂື້ນຕື່ມ.

ເປັນກຽດມອບໂດຍທ່ານ ພູດົງ ບຸນສະຫວັນ ປະທານມູນນິທິເຈົ້າໂຕ່ງກູ້ຊີບ, ເປັນກຽດຮັບໂດຍ ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດຽວກັນ ກໍ່ໄດ້ມອບໃບຍ້ອງຍໍເຈົ້າແຂວງບໍລິຄຳໄຊ ໃຫ້ມູນນິທິເຈົ້າໂຕ່ງກູ້ຊີບ ທີ່ມີຜົນງານດີເດັ່ນໃນການເຄື່ອນໃຫວວຽກງານ ມູນນິທິ ຮັບໃຊ້ສັງຄົມປະຈຳປີ 2020, ເພື່ອເປັນການສັນລະເສີນຜົນງານ ແລະ ບັນທຶກໄວ້ໃນປື້ມຄຳປະຫວັດສາດຂອງແຂວງບໍລິຄຳໄຊ.

About admin11