ມື້ນີ້ບໍລິຄຳໄຊ ມີຕົວເລກຜູ້ຕິດເຊື້ອເພີ່ມ 7 ຄົນ ໃນຊູມຊົນ

            ລາຍງານຈາກ: ກອງເລຂາສະເພາະກິດເພື່ອຄວບຄູມ, ຕອບໂຕ້ ແລະ ປ້ອງກັນພະຍາດໂຄວິດ 19 ຂັ້ນແຂວງ ໄດ້ໃຫ້ຮູ້ວ່າ: ຜົນກວດຫາເຊື້ອໂຄວິດ 19 ໃນວັນທີ 26 ກັນຍາ 2021 ທົ່ວແຂວງບໍລິຄຳໄຊ ມີຜູ້ຕິດເຊື້ອໃໝ່ 7 ກໍລະນີ, ໃນນັ້ນ ແມ່ນຊູມຊົນຂອງກຳມະກອນ ເຂື່ອນໄຟຟ້ານໍ້າເທີນ 1 ເມືອງປາກກະດິງ ແຂວງບໍລິຄຳໄຊ ເປັນຄົນຕ່າງປະເທດ ( ຄົນຈີນ ) ຈຳນວນ 5 ຄົນ, ເພດຊາຍ 4 ຄົນ ເພດຍິງ 1 ຄົນ ແລະ ຄົນລາວ 2 ຄົນ ເພດຊາຍ 1 ຄົນ, ຍິງ 1 ຄົນ, ປະຈຸບັນ ທາງຄະນະສະເພາະກິດ ໄດ້ສົ່ງເຂົ້າປີ່ນປົວຢູ່ສູນປີ່ນປົວ ສູນຊາວໝູ່ມແຂວງ ບ້ານໂພໄຊ ເມືອງປາກຊັນ.

About admin11