ມັງກອນລັດສະໝີໂຊກ ຊຸກຍູ້ວຽກງານ ປກສ 4 ລ້ານກວ່າກີບ

ວັນທີ 1 ກັນຍາ 2022 ຢູ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບແຂວງ ທ່ານ ຍາວ ຈະເລີນສຸກ ເຈົ້າຂອງຮ້ານຂາຍລົດໃຫຍ່ມັງກອນລັດສະໝີໂຊກ ບ້ານຫົງໄຊ ເມືອງປາກຊັນ ໄດ້ນຳເອົາເງິນຈຳນວນ 4.500.000 ກີບ ມາມອບໃຫ້ແກ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເພື່ອເປັນການປະກອບສ່ວນເຂົ້າໃນການປັບປຸງບູລະນະກົມກອງ,  ກ່າວຮັບໂດຍທ່ານ ພັທ ສົມຄິດ ໄຊສົງຄາມ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງພາລາທິການ ປກສ ແຂວງ ໂດຍຊ້ອງໜ້າ ທ່ານ ພັທ ເຄນວອນ ລໍວັນໄຊ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໃນໂອກາດດັ່ງກ່າວ ທ່ານ ພັທ ສົມຄິດ ໄຊສົງຄາມ ໄດ້ຕາງໜ້າໃຫ້ແກ່ຄະນະພັກ, ຄະນະກອງບັນຊາການ ປກສ ແຂວງ ກ່າວສະແດງຄວາມຂອບໃຈ ທ່ານ ຍາວ ຈະເລີນສຸກ ພ້ອມດວ້ຍຄອບຄົວ ທີ່ໄດ້ເອົາເງີນຈຳນວນດັ່ງກ່າວ ມາມອບເພື່ອນຳໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງເບຕົ່ງພາຍໃນກອງບັນຊາການ ປກສ ແຂວງ (ຄ້າຍມີໄຊ) ໃຫ້ມີຄວາມສະອາດງາມຕາ, ກ້າວໜ້າ ແລະ ມີຄວາມສະດວກຂື້ນເລື່ອຍໆ.

About admins14