ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່

ໃນກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນ ໃນວັນທີ 30 ເມສາ 2021 ຢູ່ຫ້ອງວ່າການແຂວງ ໂດຍການເປັນປະທ່ານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີຄະນະປະຈຳພັກແຂວງ ແລະ ກຳມະການພັກແຂວງ ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊືມ ຫຼາຍເອກະສານສຳຄັນ ໜຶ່ງໃນນັ້ນ ກໍ່ແມ່ນ ມະຕິເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໄໝ່.

ມະຕິສະບັບນີ້ ໄດ້ຍົກໃຫ້ເຫັນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໃນໄລຍະຜ່ານມາ, ດ້ານດີ ແລະ ຜົນສຳເລັດ, ດ້ານອ່ອນ ແລະ ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທັດສະນະພື້ນຖານຂອງພັກ ທີ່ຖືວ່າວຽກງານການເມືອງ-ແນວຄິດ ແມ່ນວຽກງານກົກໃນການກໍ່ສ້າງປັບປຸງພັກ ເປັນປັດໃຈສຳຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມໝັ້ນຄົງຂອງຊາດ ແລະ ຄາມສະຫງົບສຸກຂອງສັງຄົມ, ສ້າງກຳລັງແຮງແຫ່ງຄວາມເປັນເອກະພາບ ດ້ານການເມືອງ ແລະ ກຳລັງແຮງໃນການຈັດຕັ້ງປະຕິບັດໜ້າທີ່ຕົວຈິງຂອງພັກເຮົາ, ແມນວຽກທີ່ຕ້ອງສອດຫ້ອຍທຸກຂົງເຂດການເຄື່ອນໄຫວ ແລະ ທຸກຂອດຂອງການນຳພາ, ແມ່ນວຽກງານຕົ້ນຕໍ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງຄະນະພັກ. ສະນັ້ນ, ຄະນະພັກແຕ່ລະຂັ້ນ ຜູ້ນຳພາແຕ່ລະບ່ອນ ຕ້ອງຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນ ຕໍ່ການກຳນົດທິດ ແລະ ໜ້າທີ່ຈຸດສຸມຂອງການເຄື່ອນໄຫວ ໃນຂົງເຂດວຽກງານການເມືອງ-ແນວຄິດ, ການດຳເນີນວຽກງານການເມືອງ-ແນວຄິດ ຕ້ອງຢູ່ໃນທ່າບຸກ ແລະ ຕ້ອງນຳໃຊຫຼາຍຮູບການ, ຫຼາຍກຳລັງ ແລະ ມີເນື້ອໃນທີ່ຖືກຕ້ອງ, ສອດຄ່ອງກັບແຕ່ລະເປົ້າໝາຍ, ຕ້ອງຖືການກຳແໜ້ນສະພາບແນວຄິດ, ກຳແໜ້ນຫາງສຽງ ແລະ ສາມາດຄາດຄະເນທ່າອ່ຽງແນວຄິດທີ່ຈະເກີດຂຶ້ນ, ຮັບປະກັນ 4 ລັກສະນາພື້ນຖານຂອງວຽກງານການເມືອງ-ແນວຄິດ ຄື: ລັກສະນະນຳພາ, ລັກສະນາຕໍ່ສູ້, ລັກສະນະວິທະຍາສາດ-ຕົວຈິງ ແລະ ລັກສະນະມະຫາຊົນ.

ສຳລັບໜ້າທີ່ຕົ້ນຕໍ ຂອງວຽກງານການເມືອງ-ແນວຄິດ ໃນຊຸມປີຕໍ່ໜ້າ ຈະໄດ້ສຸມໃສ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກຳ ທີ່ສູນກາງພັກກຳນົດໃຫ້ສຳເລັດ ແລະ ຮັບປະກັນຄຸນນະພາບ, ນັບທັງໂຄງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ເອົາໃຈໃສ່ຄົ້ນຄວ້າ-ສັງລວມພຶດຕິກຳໃຫ້ເລິກເຊິ່ງ ທັງຈາກຜົນສຳເລັດ ແລະ ຄວາມຂາດຕົກບົກຜ່ອງ ໃນການພັດທະນາເສດຖະກິດ-ສັງຄົມ, ການກໍ່ສ້າງ ແລະ ປັບປຸງພັກ ໃນໄລຍະຜ່ານມາໃຫ້ເລິກເຊິ່ງ, ຖອດໃຫ້ໄດ້ບັນຫາທີ່ເປັນພື້ນຖານຮັບໃຊ້ການປັບປຸງບູລະນະແນວທາງ ແຜນນະໂຍບາຍຂອງພັກ, ປັບປຸງໂຄງການຫຼັກສູດທິດສະດີການເມືອງ ຢູ່ສະຖາບັນການສຶກສາຕ່າງໆ ເຊິ່ງທັງຕ້ອງຮັບປະກັນການສະໜອງຫຼັກມູນທິດສະດີການເມືອງອັນເປັນພື້ນຖານ, ຄວາມຮູ້ກ່ຽວກັບພັກ ແລະ ປະຫວັດສາດຂອງຊາດ ຢ່າງເປັນລະບົບ ຕ້ອງຕອບສະໜອງການເລັ່ງທວງຂອງສະພາບການໃນໄລຍະໃໝ່ ແລະ ແທດເໝາະກັບແຕ່ລະເປົ້າໝາຍ, ເອົາໃຈໃສ່ກຳແໜ້ນສະພາບເຄື່ອນໄຫວໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີຂອງບັນດາອິດທິກຳລັງປໍລະປັກ, ສະພາບແນວຄິດ, ຫາງສຽງສັງຄົມ ໄປຄຽງຄູ່ກັບການຄົ້ນຄວ້າວິເຄາະວິໄຈ ເພື່ອເຫັນໄດ້ບັນຫາທີ່ຕ້ອງແກ້ໄຂຢ່າງຖືກຕ້ອງທັນການ, ແນໃສຍົກສູງສະຕິລະວັງຕົວ ແລະ ມີຄວາມເດັດຂາດໃນການຕ້ານ ແລະ ແກ້ໄຂຕໍ່ສະພາບຫັນປ່ຽນທີ່ບໍ່ດີຈາກພາຍໃນຂອງຕົນເອງຢ່າງແຂງແຮງ, ປັບປຸງ ແລະ ຍົກສູງຄຸນນະພາບ ຂອງການຈັດຕັ້ງ ແລະ ຖັນແຖວພະນັກງານ ທີ່ເຮັດວຽກງານຂົງເຂດການເມືອງ-ແນວຄິດ ແລະ ການເຄື່ອນໄຫວຂອງອົງການດັ່ງກ່າວ, ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຄົນຮຸ່ນໜຸ່ມ ເປັນຕົ້ນແມ່ນເຍົາວະຊົນ, ຊາວໜຸ່ມ ໃຫ້ຮູ້ໄດ້ມູນເຊື້ອຂອງພັກ, ຂອງຊາດ, ຂອງບັນພະບູລຸດເຮົາ, ມີນ້ຳໃຈຮັກຊາດ-ຮັກລະບອບໃໝ່, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ເປັນພົນລະເມືອງດີຂອງຊາດ, ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອກັນ, ມີຄວາມກະຕັນຍູຮູ້ບຸນຄຸນ, ສຸພາບຮຽບຮ້ອຍ, ສັດຊື່, ປະຢັດ, ຊັດທ່ຽງ, ດຸໝັ່ນ, ອາດຫານ, ອົດທົນ, ມີຄວາມຫ້າວຫັນໃນການຄົ້ນຄິດປະດິດສ້າງ ແລະ ສະແຫວງຫາຄວາມກ້າວໜ້າ ທາງດ້ານວິທະຍາສາດເຕັກໂນໂລຊີນະວັດຕະກຳ ແລະ ພູມປັນຍາແຫ່ງຍຸກສະໄໝ.

About admins14