ມອບ – ໂອນວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ໃຫ້ຫ້ອງການອຸດສາຫະກໍາ – ການຄ້າເມືອງວຽງທອງ

  

  ຕອນເຊົ້າຂອງວັນທີ 8 ມິຖຸນາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມມອບ – ໂອນວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ໃຫ້ຫ້ອງການອຸດສາຫະກໍາ – ການຄ້າເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ທ່ານ ສິງຄໍາ ສຸວັນຄໍາ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

 ກອງປະຊຸມ ທ່ານ ສີງຄໍາ ສຸວັນຄໍາ ໄດ້ອະທິບາຍກ່ຽວກັບວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ການວັດແທກ ໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຂົ້າໃຈ ພ້ອມທັງມອບວຽກດັ່ງກ່າວໃຫ້ຫ້ອງການ ອຄ ຂອງເມືອງ ເປັນຜູ້ຈັດຕັ້ງປະຕິບັດ.

 ໂອກາດດຽວກັນນີ້ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງ ໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ເຊີ່ງທ່ານໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ປະຕິບັດວຽກທີ່ຖືກມອບໝາຍດ້ວຍຄວາມຮັບຜິດຊອບສູງ ປະຕິບັດຕາມ​ພາລະ​ບົດບາດ,​ ສິດໜ້າທີ່ແນໃສ່ເຮັດໃຫ້ວຽກງານມີການເຄື່ອນໄຫວມີຜົນສຳເລັດ.​

ພິທີ ໄດ້ມີການເຊັນບົດບັນທຶກມອບ – ຮັບວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ຢ່າງເປັນທາງການ ເຊີ່ງເປັນກຽດເຊັນມອບໂດຍ ທ່ານ ສີງຄໍາ ສຸວັນຄໍາ ຮອງຫົວໜ້າພະແນກ ອຄ ແຂວງ, ເຊັນຮັບໂດຍ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີບັນດາພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

   

 

About admin11