ມອບ-ຮັບ ໜ້າທີ່ເຈົ້າເມືອງປາກຊັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ເຈົ້າເມືອງປາກຊັນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂື້ນໃນວັນທີ 19 ກໍລະກົດ2022 ຢູ່ສະໂມສອນໃຫຍ່ປົກຄອງເມືອງປາກຊັນ ລະຫວ່າງ ທ່ານ ໄມຈອມ ວັນນະສານຄໍາ ກໍາມະການພັກແຂວງ, ເລຂາພັກເມືອງ – ເຈົ້້າເມືອງປາກຊັນ ຜູ້ເກົ່າ ແລະ ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈໍາພັກແຂວງ ເຈົ້າເມືອງປາກຊັນ ຜູ້ໃໝ່ ເປັນກຽດເຂົ້້າຮ່ວມໂດຍທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າອົງການກວດກາລັດແຂວງບໍລິຄຳໄຊ ມີບັນດາຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ, ແລະ ເລຂາພັກບ້ານ – ນາຍບ້ານພາຍໃນເທດສະບານເມືອງປາກຊັນເຂົ້້າຮ່ວມ.

ໂດຍອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ສະບັບເລກທີ 133/ຄລສພ, ລົງວັນທີ 28 ມີຖຸນາ 2022 ວ່າດ້ວຍການອະນຸມັດໃຫ້ທ່ານ ໄມຈອມ ວັນນະສານຄຳ ເຈົ້້າເມືອງປາກຊັນ ຜູ້ເກົ່າພະນັກງານ ອອກພັກການ – ຮັບອຸດໜູນບຳນານ, ອີງຕາມກົດໝາຍການປົກຄອງທ້ອງຖິ່ນແຫ່ງ ສ ປປ ລາວ, ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ໝວດ 4, ມາດຕາ 20 ກ່ຽວກັບສິດ ແລະ ໜ້າທີ່ຂອງເຈົ້້າແຂວງ – ເຈົ້້ານະຄອນຫຼວງ ແລະ ຂໍ້ຕົກລົງຂອງເຈົ້້າແຂວງບໍລິຄຳໄຊ ສະບັບເລກທີ 409/ຂບຊ ລົງວັນທີ 14 ກໍລະກົດ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ວົງສີ ທອງສີອິນທິປັນຍາ ເປັນເຈົ້້າເມືອງປາກຊັນຄົນໃໝ່.

About admins16