ມອບ – ຮັບ ໂຄງການບຸກເບີກເນື້ອທີ່ນາ ແລະ ຊົນລະປະທານໃຫ້ບ້ານວັງພຽງ ແລະ ບ້ານນາຕັນ

     ຕອນບ່າຍຂອງວັນທີ 31 ພຶດສະພາ 2022 ຢູ່ບ້ານວັງພຽງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ມອບ – ຮັບໂຄງການບຸກເບີກເນື້ອທີ່ນາ ແລະ ຊົນລະປະທານ ບ້ານວັງພຽງ ແລະ ບ້ານນາຕັນ ພາຍຫຼັງກໍ່ສ້າງສໍາເລັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຊື່ນ ດວງມະນີ ຕາງໜ້າພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄໍາໄຊ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

    ທ່ານ ວຽງໄຊ ຕ້ອງສົມພູ ຜູ່ອໍານວຍການບໍລິສັດ ວຽງໄຊ ຈະເລີນຊັບພັດທະນາ ຄົບວົງຈອນ ຈໍາກັດຜູ້ດຽວ ຜູ້ຮັບເໝົາກໍ່ສ້າງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດກໍ່ສ້າງບຸກເບີກເນື້ອທີ່ນາ ແລະ ສ້ອມແປງຊົນລະປະທານ ໃຫ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກ ຈໍານວນ 2 ບ້ານ ຄື: ບ້ານ ວັງພຽງ ແລະ ບ້ານນາຕັນ, ໃນນັ້ນ ຢູ່ບ້ານວັງພຽງມີເນື້ອທີ່ນາບຸກເບີກ ຈໍານວນ 11 ເຮັກຕ່າ, ມີຈໍານວນ 18 ຄອບຄົວ, ຢູ່ບ້ານນາຕັນ ມີເນື້ອທີ່ນາ 10,​8 ເຮັກຕ່າ ແລະ ສ້ອມແປງຊົນລະປະທານ 1 ແຫ່ງ, ມີຄອງເໝືອງຍາວ 2.000 ແມັດ, ມີ 14 ຄອບຄົວ, ໃນມູນຄ່າທັງໝົດ 363.783.000 ກີບ, ເຊີ່ງໄດ້ເລີ່ມກໍ່ສ້າງບຸກເບີກມາແຕ່ວັນທີ 20 ພະຈິກ 2021 ໂດຍການໃຫ້ທຶນຊ່ວຍເຫຼືອຈາກ ລັດຖະບານລາຊະອານາຈັກລຸກຊໍາບວກ ແລະ ອົງການພັດທະນາປະເທດສະວິດສະແລນ.

ໃນພິທິ ໄດ້ມີການເຊັນມອບ – ຮັບລະຫວ່າງ ທ່ານ ວຽງໄຊ ຕ້ອງສົມພູ ຜູ້ຮັບເໝົາກໍ່ສ້າງ ແລະ ທ່ານ ຫຼ້າ ເຈ່ຍຈາວ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວຽງທອງ ເຈົ້າຂອງໂຄງການ ເພື່ອມອບຕໍ່ໃຫ້ພໍ່ແມ່ປະຊາຊົນທັງ 2 ບ້ານໄດ້ປົກປັກຮັກສາ ແລະ ນໍາໃຊ້ຕໍ່ໄປ.

ຈາກນັ້ນ ກໍ່ໄດ້ມີການມອບ – ຮັບເຮືອນໃຫ້ຄອບຄົວອານາຖາ ຈໍານວນ 9 ຫຼັງ ຢູ່ບ້ານວັງພຽງ ເຊີ່ງແມ່ນການຊ່ວຍເຫຼືອອຸປະກອນຕ່າງໆ ທີ່ນໍາມາສ້າງເຮືອນໃນຄັ້ງນີ້ໂດຍລັດຖະບານລາຊະອານາຈັກລຸກຊໍາບວກ ແຜນງານລາວ/030 ໃນມູນຄ່າທັງໝົດ 71.475.000 ກີບ.

About admin11