ມອບ – ຮັບ ເຕົາປະຢັດ ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເມືອງວຽງທອງ

ໃນຕອນບ່າຍຂອງວັນທີ 4 ກໍລະກົດ 2022 ຢູ່ບ້ານນາຊວງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ມອບ – ຮັບເຕົາປະຢັດ ໃຫ້ແກ່ພໍ່ແມ່ປະຊາຊົນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ເຕົາປະຢັດຟືນທີ່ນໍາມາມອບໃຫ້ປະຊາຊົນຢູ່ເມືອງວຽງທອງໃນຄັ້ງນີ້ ມີທັງໝົດ 2.499 ໜ່ວຍ, ມີ 21 ບ້ານ, ໃນນັ້ນ ບ້ານ ນາຊວງ ມີ 170 ຄອບຄົວ, ມີເຕົາ 170 ໜ່ວຍ, ຄິດເປັນມູນຄ່າທັງໝົດ 1.499.400.000 ກີບ, ເຊີ່ງເປັນການຊ່ວຍເຫຼືອຈາກໂຄງການແຜນງານລາວ/030.

ຈຸດປະສົງຂອງໂຄງການ ກໍ່ເພື່ອເປັນການປັບປຸງຊິວິດການເປັນຢູ່ຂອງປະຊາຊົນ ເຮັດໃຫ້ແຕ່ລະຄົວເຮືອນທີ່ນໍາໃຊ້ໄມ້ຟືນເປັນຫຼັກໃນການແຕ່ງກິນ ໄດ້ນໍາໃຊ້, ພ້ອມທັງເປັນການຫຼຸດຜ່ອນ ການນໍາໃຊ້ປ່າໄມ້ມາເປັນຟືນ ໃນການແຕ່ງກິນຂອງປະຊາຊົນໃຫ້ຫຼຸດໜ້ອຍລົງ.

About admins16