ມອບ-ຮັບ ຫ້ອງການໄປສະນີ ປະຈຳເມືອງວຽງທອງ

ໃນວັນທີ 7 ກໍລະກົດ 2021 ຢູ່ຫ້ອງການບ້ານ ບ້ານ ນ້ຳຢ້າງ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບຫ້ອງການໄປສະນີຫຼັງໃໝ່ ພາຍຫຼັງກໍ່ສ້າງສໍາເລັດ ລະຫວ່າງ ຫ້ອງວ່າການເມືອງ ແລະ ລັດວິສະຫະກິດໄປສະນີ ສາຂາ ແຂວງບໍລິຄໍາໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ, ຮອງເຈົ້າເມືອງ ວຽງທອງ, ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ, ມີ ຫົວໜ້າລັດວິສາຫະກິດໄປສະນີ ສາຂາແຂວງບໍລິຄຳໄຊ, ພາກສ່ວນທີ່ກ່ຽວຂ້ອງ, ພະນັກງານໄປສະນີປະຈຳເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ທ່ານ ສົມພອນ ລາດຊະວົງ ຫົວໜ້າຫ້ອງວ່າການເມືອງໄດ້ຂື້ນຜ່ານບົດລາຍງານການກໍ່ສ້າງຫ້ອງການໄປສະນີປະຈຳເມືອງຫຼັງໃໝ່ ເຊີ່ງໄດ້ເລີ່ມຈັດຕັ້ງປະຕິບັດຕົວຈິງ ແຕ່ວັນທີ 1 ມີນາ 2021 ຫາ ວັນທີ 30 ມີຖຸນາ 2021 ໄດ້ສໍາເລັດ 100%.

ໂຄງການກໍ່ສ້າງຫ້ອງການໄປສະນີຫຼັງໃໝ່ ປະກອບມີ ອາຄານ 1 ຫຼັງ ຂະໜາດ 6,5X8 ແມັດ, ແບ່ງອອກເປັນ 2 ຫ້ອງເຮັດວຽກ ແລະ ມີຫ້ອງນໍ້າ 1 ຫ້ອງ ເຊີ່ງຫ້ອງການດັ່ງກ່າວແມ່ນເປັນປະເພດອາຄານຖາວອນ ໂຄງສ້າງເບຕົງເສີມເຫຼັກ, ຝາກໍ່ດ້ວຍດີນບ໋ອກ, ໂບກສອງໜ້າ,ໂຄງຫຼັງຄາເຫຼັກ, ມຸ້ງດ້ວຍກະເບື້ອງ, ມີລະບົບໄຟຟ້າ, ນ້ຳປະປາຄົບຊຸດ. ລວມມູນຄ່າການກໍ່ສ້າງທັງໝົດ 80.000.000 ກີບ.

About admin11