ມອບ-ຮັບໜ້າທີ່ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2022 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີຄະນະໂຮງຮຽນການເມືອງ, ຫົວໜ້າ-ຮອງຫົວຂະແໜງ, ຄູອາຈານພາຍໃນໂຮງຮຽນເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 410, 413/ຂບຊ, ລົງວັນທີ 14 ກໍລະກົດ 2022 ວ່າດ້ວຍຍົກຍ້າຍ ທ່ານ ພູເຂົາເງິນ ອິນທະວົງ ກໍາມະການພັກແຂວງ ຫົວໜ້າອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄປປະຈຳການຮັບໜ້າທີ່ໃໝ່ຢູ່ເມືອງປາກກະດິງ ແລະ ແຕ່ງຕັ້ງທ່ານ ວັນໄຊ ເງຍຈັນທະສອນ ເປັນຫົວໜ້າອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງຄົນໃໝ່.

ໂອກາດນີ້ ທ່ານ ບຸນສົງ ເພັດຈະເລີນ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳວ່າຕໍ່ພິທີ ເຊິ່ງທ່ານໄດ້ເວົ້າວ່າການຍົກຍ້າຍສັບປ່ຽນບ່ອນປະຈຳການຂອງພະນັກງານເຮົາເຄີຍໄດ້ພ້ອມກັນປະຕິບັດກັນມາເປັນປົກກະຕິຂອງພະນັກງານ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ເອົາໃຈໃສ່ ບາງວຽກງານຄື ເອົາໃຈໃສ່ວຽກງານສຶກສາອົບຮົມ, ນຳພາແນວຄິດຂອງພະນັກງານ, ສະມາຊິກພັກໃຫ້ເປັນປົກກະຕິ, ບໍ່ໃຫ້ມີການສວຍໂອກາດຄົ້ນລົ້ມໂຈມຕີກັນໃນທາງບໍ່ສອດຄ່ອງ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມ ສາມັກຄີໃນຖັນແຖວພະນັກງານ, ສະມາຊິກພັກ, ຕ້ອງໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ດີ, ສິ່ງສຳຄັນຕ້ອງ ເອົາໃຈໃສ່ມີລະບອບປະຊຸມ ປຶກສາຫາລືເປັນເອກະພາບພາຍໃນຄະນະນັບມື້ໄດ້ຮັບການປັບປຸງໃຫ້ດີຂື້ນໄປເລື້ອຍໆ.

About admins16