ມອບ-ຮັບໜ້າທີ່ ພະນັກງານຂັ້ນບັນຊາ ທີ່ຂື້ນກັບກອງບັນຊາການ ປກສ ແຂວງບໍລິຄຳໄຊ

ໃນວັນທີ 02 ກັນຍາ 2021 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໜ້າທີ່ ຢູ່ບັນດາຫ້ອງ, ກອງ, ປກສ ເມືອງ ໃນນີ້ມີຫ້ອງສັນຕິບານ, ກອງພັນປ້ອງກັນເຄື່ອນທີ່ ແລະ ປກສ ເມືອງບໍລິຄັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກກອງບັນຊາການ ປກສ ແຂວງ, ຄະນະຈັດຕັ້ງເມືອງ, ຄະນະຫ້ອງ, ກອງ, ປກສ ເມືອງ ແລະ ແຂກຖຶກເຊີນເຂົ້າຮ່ວມເປັນສັກຂີພະຍານ.

ປກສ ເມືອງບໍລິຄັນ ມອບ-ຮັບໜ້າທີ່ ລະຫວ່າງທ່ານ ພັທ ໄຂ່ຄໍາ ປັນຍານຸວົງ ຮອງຫົວໜ້າ ປກສ ເມືອງບໍລິຄັນຜູ້ເກົ່າ ແລະ ທ່ານ ພັທ ປະສິດ ພຸດທະທຳ ຮອງຫົວໜ້າ ປກສ ເມືອງບໍລິຄັນຜູ້ໃໝ່, ຫ້ອງສັນຕິບານ ມອບ-ຮັບໜ້າທີ່ ລະຫວ່າງທ່ານ ພັທ ກົງຕີ ພຸດທະວົງ ຮອງຫົວໜ້າຫ້ອງສັນຕິບານຜູ້ເກົ່າ ແລະ ທ່ານ ພັຕ ສຸກສາຄອນ ພົງວິຈິດ ຮອງຫົວໜ້າຫ້ອງສັນຕິບານຜູ້ໃໝ່ ແລະ ມອບ-ຮັບໜ້າທີ່ລະຫວ່າງ ທ່ານ ພັທ ບົວແກ້ວ ຈັນທະບູນສຸກ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ຜູ້ເກົ່າ ແລະ ທ່ານ ພັທ ໄຂ່ຄໍາ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ຜູ້ໃໝ່.

ໃນພິທີ່ໄດ້ລົງນາມເຊັນບົດບັນທຶກມອບ – ຮັບໜ້າທີ່ຢ່າງເປັນທາງການໂດຍຊ້ອງໜ້າຄະນະພັກ, ຄະນະບັນຊາ, ແຂກ ຖືກເຊີນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມເປັນສັກຂີພະຍານ.

ຕອນທ້າຍ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ບັນດາຫົວໜ້າຜູ້ເກົ່າ ແລະ ຜູ້ໃໝ່ ທີ່ຖືກແຕ່ງຕັ້ງ ຈົ່ງເຊື່ອໝັ້ນການນໍາພາຂອງພັກ-ລັດ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນກົມກອງຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ປັບປຸງວິທີນໍາພາ-ບັນຊາ, ແບບແຜນວິທີເຮັດວຽກ ໃຫ້ເຂົ້າສູ່ລະບົບ ແລະ ທັນສະໄໝ, ຢ່າງມີວິທະຍາສາດ, ເສີມຂະຫຍາຍມູນເຊື້ອທັດສະນະຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງ, ມີຄຸນສົມບັດສີນທໍາປະຕິວັດ ແລະ ເອົາໃຈໃສ່ຊີ້ນໍາ-ນໍາພາ ການປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ.

 

About admin11