ມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຜູ້ເກົ່າ ແລະ ຜູ້ໃໝ່

ຕອນເຊົ້າ ວັນທີ 19 ກັນຍາ 2022 ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ໄດ້ຈັດພິທີ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ຂັ້ນນຳພາ-ບັນຊາ ປກສ ເມືອງທ່າພະບາດ ຂື້ນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພັນໂທ ສົມສົດ ແສງອາພອນ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງທ່າພະບາດ, ມີທ່ານ ພັນເອກ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າກອງບັນຊາການທະຫານເມືອງ, ຄະນະພັກ-ກອງບັນຊາການ ປກສ ເມືອງ, ນາຍຕໍາຫຼວດ ປກສ ເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ອວດ ວົງໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫົງບ ສະບັບເລກທີ 1402, 1403/ປກສ ລົງວັນທີ 01 ກັນຍາ 2022 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄປຮັບໜ້າທີ່ໃໝ່ຄື: ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພັນໂທ ສຸກສະຫັວນ ບຸບຜາພັນ ຈາກຫ້ອງສັນຕິບານ ປກສ ແຂວງ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າກອງບັນຊາການ ປກສ ເມືອງ ທ່າພະບາດ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພັນໂທ ດວງໄຊ ຈັນທະວັງໂສ ຈາກ ປກສ ເມືອງ ທ່າພະບາດ ໄປຮັບໜ້າທີ່ໃໝ່ເປັນຮອງຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພັນໂທ ບຸນເຕີມ ສີສຸກລາດ ຈາກ ປກສ ເມືອງທ່າພະບາດ ເປັນຮອງຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ແຕ່ງຕັ້ງ ທ່ານ ພັນໂທ ສອນຄໍາ ພົມມະຈັນ ຂື້ນເປັນຮອງຫົວໜ້າ ປກສ ເມືອງ ທ່າພະບາດ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

About admins16