ມອບ-ຮັບໜ້າທີ່ພະນັກງານຫລັກແຫລ່ງນຳພາ ຂົງເຂດສຶກສາຂັ້ນເມືອງ


ໃນຕອນບ່າຍຂອງວັນທີ 13 ສິງຫາ 2020 ນີ້ ຢູ່ທີ່ຫ້ອງສະໂມສອນຫ້ອງຫ້ອງການສຶກສາທິການ ແລະ ກິລາເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບໜ້າທີ່ຂອງພະນັກງານຫລັກແຫລ່ງນຳພາຂັ້ນເມືອງ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທ່ານໂດຍ ທ່ານ ກີ່ ຊົ່ງລ່າຫວ່າງ ຮອງເລຂາພັກເມືອງ.

ເພື່ອຕອບສະໜອງໜ້າທີ່ການເມືອງໃນແຕ່ລະໄລຍະ, ປັບປຸງລະບົບການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ ສອດຄ່ອງກັບຄວາມຮູ້ ຄວາມສາມາດຂອງພະນັກງານ ຄະນະນຳເມືອງຄຳເກີດ ຈຶ່ງໄດ້ຕົກລົງຊັບຊ້ອນ – ແຕ່ຕັ້ງ ພະນັກງານນຳພາ ແລະ ຈັດພິທີ ມອບ – ຮັບໜ້າທີ່ ລະຫວ່າງ ທ່ານ ຄຳໜັ້ນ ໄຊຍະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຄຳເກີດ ຜູ້ເກົ່າ ແລະ ທ່ານ ວຽງພອນ ແສງຈັນທະຜິວ ຫົວໜ້າຫ້ອງການສືກສາທິການ ແລະ ກິລາ ເມືອງຄຳເກີດ ຜູ້ໃໝ່. ມອບ-ຮັບໜ້າທີ່ລະຫວ່າງ ທ່ານ ວຽງພອນ ແສງຈັນທະຜິວ ຜູ້ອຳນວຍການໂຮງຮຽນ ມັດທະຍົມສົມບູນ ນະຄອນໄຊ ຜູ້ເກົ່າ – ທ່ານ ນາງ ຕ່ອງແກ້ວ ໄຊຍະປັນຍາ ອຳນວຍການໂຮງຮຽນ ມັດທະຍົມສົມບູນ ນະຄອນໄຊ ຜູ້ໃໝ່ .

 

            ທ່ານ ກີ່ ຊົງລ່າຫວ່າງ ກ່າວວ່າ ການຊັບປ່ຽນໜ້າທີ່ຂອງພະນັກງານນຳພາ ແມ່ນປະກົດການປົກກະຕິ ແລະ ແມ່ນຄວາມຈຳເປັນພາວະວິໃສ ໃນລະບົບການບໍລິຫານລັດ, ທັງນີ້ ກໍ່ເພື່ອເປັນການພັດທະນາລະບອບການເຮັດວຽກຂອງພະນັກງານ ໃຫ້ມີປະສິດທິພາບສູງຂຶ້ນ ທັງເປັນການກໍ່ສ້າງພະນັກງານຫລັກແຫລ່ງນຳພາ ໃຫ້ເປັນຜູ້ສືບທອດທີ່ເຂັ້ມແຂງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້.

About admin11