ມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ຊາວໜຸ່ມຮາກຖານ ພະແນກສຶກສາແຂວງບໍລິຄຳໄຊ

ໃນວັນທີ 23 ກັນຍາ 2022 ຢູ່ຫ້ອງປະຊຸມສູນພັດທະນາຄູ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໂດຍການເປັນປະທານ ສະຫາຍ ພູວົງ ລໍວັນໄຊ ເລຂາຊາວໜຸ່ມຮາກຖານພະແນກສຶກສາແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ຄຳເພັດ ໄຊປັນຍາ ຮອງເລຂາໜ່ວຍພັກພະແນກສຶກສາທິການ – ກິລາແຂວງ, ມີສະມາຊິກຊາວໜຸ່ມ, ຊາວໜຸ່ມແຮກສ່ຽວ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ພິທີ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2019 – 2021 ຜ່ານການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຮາກຖານພະແນກສຶກສາແຂວງ ເຫັນວ່າ ຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສະແດງໃຫ້ເຫັນແຕ່ລະດ້ານ ດັ່ງນີ້: ບຸກດ້ານແນວຄິດ ຕີລາຄາໄດ້ 90,2%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 96,25%, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 95,23% ແລະ ບຸກດ້ານວິຊາຊີບ – ສ້າງວຽກເຮັດງານທຳ ຕີລາຄາໄດ້ 97,60%.

ເພື່ອເປັນການຢັ້ງຢຶນເຖິງຜົນງານທີ່ຍາດມາໄດ້ນັ້ນ ຈຶ່ງໄດ້ຈັດພິທີມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ, ໃຫ້ກຽດມອບໂດຍ ໂດຍສະຫາຍ ວັນນະສິນ ສອນວິໄລ ແລະ ຮັບໂດຍສະຫາຍ ພູວົງ ລໍວັນໄຊ.

ສະຫາຍ ວັນນະສິນ ສອນວິໄລ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ສະມາຊິກຊາວໜຸ່ມພາຍໃນຮາກຖານຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມມີຄວາມສາມັກຄີຢ່າງແໜ້ນແຟ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ກໍຄືແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ – ຕໍ່ເນື່ອງ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins14