ມອບ – ຮັບໂຮງຮຽນປະຖົມ ບ້ານ ໂພນດູ່

         ພິທີມອບຮັບ ໂຮງຮຽນປະຖົມ ບ້ານ ໂພນດູ່ ເມືອງວຽງທອງ, ແຂວງ  ບໍລິຄໍາໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ມັງກອນ 2022 ຢູ່ທີເດີ່ນໂຮງຮຽນແຫ່ງດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ທ່ານ ຄຳແພນ ວິລືທຳ ເຈົ້າເມືອງ ວຽງທອງ, ມີ ຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ຄະນະກໍາມະການ, ຫົວໜ້າບໍລິສັດ, ຄູ-ອາຈານ, ນາຍບ້ານ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

     ໂຮງຮຽນປະຖົມ ບ້ານ ໂພນດູ່ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດກໍ່ສ້າງມາແຕ່ ທ້າຍເດືອນ ມິຖຸນາ 2021 ຫາວັນທີ  30 ພະຈິກ 2021 ສໍາເລັດ 100%,  ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວ ປະກອບ ມີອາຄານຮຽນ 1 ຫຼັງ ຂະໜາດ 9X40 ແມັດ, ແບ່ງອອກເປັນ 5 ຫ້ອງຮຽນ ເປັນອາຄານປະເພດ ເບຕົ່ງເສີມເຫຼັກ ກໍ່ດ້ວຍດິນຈີ່ ໂຄງຫຼັງຄາໄມ້ ມຸງດ້ວຍກະເບື້ອງ, ແຕ່ລະຫ້ອງມີ ໂຕະຕັ່ງ ນັກຮຽນ – ຄູອາຈານ ພ້ອມດ້ວຍລະບົບໄຟຟ້າຄົບຊຸດ ລວມມູນຄ່າການກໍ່ສ້າງທັງໝົດ 700 ລ້ານກວ່າກີບ, ໂດຍການສະໜັບສະໜູນທຶນຈາກທ່ານ ນາງ ສີຈັນ ວິພາວັນ ແລະ ທ່ານ ຈັນທະໝອມ ພົມມະນີ ປະທານບໍລິສັດ ຈະເລີນເຊກອງ ພ້ອມດ້ວຍຄອບຄົວ.

    ໃນພິທີ ທ່ານ ຊຽງເພັດ ອີນຄຳມະວົງ ຜູ້ອໍານວຍການບໍລິສັດ ວັນດີຈະເລີນ ຄົບວົງຈອນ  ໄດ້ເປັນກຽດເຊັນມອບ ໂຮງຮຽນຫຼັງດັ່ງກ່າວ ໃຫ້ກັບ ທ່ານ ສົມຫວັງ ວິໄລວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ວຽງທອງ ເພຶ່ອມອບຕໍ່ໃຫ້ກັບໃຫ້ຄູ – ອາຈານ ແລະ ບ້ານ ເປັນຜູ້ນໍາໃຊ້ ຄຸ້ມຄອງ ແລະ ປົກປັກຮັກສາຕໍ່ໄປ.

About admin11