ມອບ-ຮັບນາມມະຍົດຊາວໜຸ່ມ 4 ບຸກ ຊາວໜຸ່ມກອງບັນຊາການ ປກສ ແຂວງ

ໃນວັນທີ 16 ກໍລະກົດ 2021 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຊາວໜຸ່ມ 4 ບຸກຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັທ ກອງລະສັກ ສີສຸກລາດ ຄະນະປະຈຳຊາວໜຸ່ມແຂວງ, ເລຂາຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ, ເລຂາຄະນະກອງບັນຊາການ ປກສ ແຂວງ, ມີແຂກຖືກເຊີນ, ສ່ຽວຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ແລະ ທິດທາງແຜນການຄາດໝາຍສູ້ຊົນໃນປີ 2021 ປັດຈຸບັນຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງ ມີສະມາຊິກຊາວໜຸ່ມທັງໜົດ 558 ສະຫາຍ, ຍິງ 135 ສະຫາຍ ມີ 1 ຮາກຖານ ແລະ 10 ໜ່ວຍຂຶ້ນກັບພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະບັນຊາ, ຄະນະບໍລິຫານງານຊາວໜຸ່ມແຂວງ.

ຊາວໜຸ່ມຮາກຖານດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຖືກຕ້ອງຕາມເງື່ອນໄຂ, ມາດຖານທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວວາງອອກ ເຊິ່ງສະແດງອອກແຕ່ລະດ້ານດັ່ງນີ້: ບຸກດ້ານການເມືອງ-ແນວຄິດ ຕີລາຄາໄດ້ 95,8%, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 94,77%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 95,48%, ບຸກດ້ານວິຊາຊີບສ້າງວຽກເຮັດງານທຳຕີລາຄາໄດ້ 94,29%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງ ຈຶ່ງໄດ້ຕົກລົງມອບໃບຢັ້ງຢືນ 4 ບຸກ ໃຫ້ແກ່ຊາວໜຸ່ມຮາກຖານດັ່ງກ່າວ ແລະ ໂອກາດດຽວກັນນີ້ ກໍ່ໄດ້ມອບໃບຍ້ອງຍໍໃຫ້ພາກສ່ວນ, ບຸກຄົນທີ່ໄດ້ປະກອບສ່ວນຊຸກຍູ້ຂະບວນການຊາວໜຸ່ມ ປກສ ຈັດຂຶ້ນ ແລະ ຊາວໜຸ່ມຕະລຸມບອນທີ່ເຄື່ອນໄຫວດີເດັ່ນ.

ຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ພັອ ກົງຈັນ ໄຊປັນຍາ ແລະ ສະຫາຍ ທອງມະນີ ໂຄດປັນຍາ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

About admins14