ມອບ – ຮັບກອງທຶນສິນເຊື່ອ ລະຫວ່າງ ແຜນງານລາວ 021 ກັບ ຫ້ອງການສະຫະພັນແມ່ຍິງເມືອງ

        ໃນຕອນບ່າຍຂອງວັນທີ 24 ກຸມພາ 2022 ທີ່ຫ້ອງປະຊຸມຄະນະປະຈໍາ ຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ – ຮັບ ກອງທຶນສິນເຊື່ອ ລະຫວ່າງ ແຜນງານລາວ 021 ກັບ ຫ້ອງການສະຫະພັນແມ່ຍິງເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄໍາເກີດ, ມີທ່ານ ຄໍາປັນ ໄຊຍະວົງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ຜູ້ປະສານງານວຽກງານແຜນງານລາວ 021, ແຜນງານ 030 ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

        ໃນພິທີ ທ່ານ ຄໍາປັນ ໄຊຍະວົງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ຂຶ້ນຜ່ານບົດສະຫຼຸບຫຍໍ້ວຽກງານກອງທຶນສິນເຊື່ອແຜນງານໂຄງການລາວ 021 ທ່ານໃຫ້ຮູ້ວ່າ: ກອງທຶນສິນເຊື່ອແຜນງານລາວ/021 ໄດ້ຖືກສ້າງຕັ້ງຂື້ນ ສົກປີ 2013 – 2014 ເປັນຕົ້ນມາ, ໂຄງການດັ່ງກ່າວ ຂື້ນກັບຄວາມຮັບຜິດຊອບຂັ້ນແຂວງ ກໍ່ຄືຂະແຫນງພົວພັນສາກົນ ພະແນກແຜນການ – ການລົງທຶນ ແຂວງ, ສ່ວນຂັ້ນເມືອງເປັນຜູ້ເຂົ້າຮ່ວມຂະບວນຕິດຕາມ ຊຸກຍູ້ຮ່ວມກັບວິຊາການຂັ້ນແຂວງ ແລະ ວິຊາການໂຄງການ.

ກອງທຶນສິນເຊື່ອປະກອບມີ 20 ບ້ານເປົ້າຫມາຍ ທີ່ໄດ້ຮັບທຶນສະຫນັບສະຫນູນຈາກໂຄງການລາວ/021 ເຊີ່ງມີງົບປະມານທັງຫມົດ 3 ຕື້ 98 ລ້ານກວ່າກີບ, ໃນນັ້ນ ມີຮ່ວງເງິນສິນເຊື່ອ 2 ຕື້ 913 ລ້ານກວ່າກີບ ( ມີຈໍານວນ 20 ບ້ານ) ແລະ ຮ່ວງເງິນແກ້ໄຂພາວະສຸກເສີນຈໍານວນ 184 ລ້ານກວ່າກີບ ( ມີ 15 ບ້ານ ), ຈໍານວນເງິນ ດັ່ງກ່າວໄດ້ຖືກປ່ອຍກູ້ໃຫ້ຄອບຄົວປະຊາຊົນໃນບ້ານເປົ້າຫມາຍທໍາການຜະລິດ ຕາມລບຽບຂອງກອງທຶນທີ່ໄດ້ວາງອອກ.

ຈາກນັ້ນ ທ່ານ ຄໍາປັນ ໄຊຍະວົງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ເຈົ້າຂອງໂຄງການ ກໍ່ໄດ້ມອບໂຄງການຕໍ່ໃຫ້ຫ້ອງການສະຫະພັນແມ່ຍິງເມືອງ ເພື່ອສືບຕໍ່ເປັນຜູ້ຈັດຕັ້ງປະຕິບັດ.

 

 

About admin11