ມອບເງິນຊ່ວຍເຫຼືອເພື່ອປູກສ້າງເຮືອນ ໃຫ້ແກ່ຄອບຄົວອານາຖານທີ່ບ້ານນາແຈງ

ໃນວັນທີ 26 ກໍລະກົດ 2022 ທີ່ສະໂມສອນເມືອງໄຊຈຳພອນ ໄດ້ມີພິທີມອບເງິນຊ່ວຍເຫຼືອເພື່ອສົມທົບທຶນປູກສ້າງເຮືອນໃຫ້ແກ່ຄອບຄົວນາງ ບຸນທັດ ຢູ່ບ້ານນາແຈງ ເຊີ່ງເປັນຄອບຄົວອະນາຖາ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສົມແພງ ໄຊມູນແກ້ວ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາ-ອົບຮົມເມືອງ, ມີທ່ານ ປຸນຍະສານ ສີພາພົມມະຈັນ ຫົວໜ້າໂຄງການຄຸ້ມຄອງປ່າປ້ອງກັນແຫຼ່ງນ້ຳເຂດອ່າງນ້ຳໂຕ່ງ ນ້ຳຍວງຕອນໃຕ້ ພ້ອມດ້ວຍຄະນະ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ແລະ ຫ້ອງວ່າການເມືອງເຂົ້າຮ່ວມເປັນສັກຂີພິຍານ.

ເງີນທີ່ນຳມາມອບໃນຄັ້ງນີ້ ມີຈຳນວນ 2,230,000 ກີບ ກ່າວມອບໂດຍແມ່ນທ່ານ ປຸນຍະສານ ສີພາພົມມະຈັນ ຫົວໜ້າໂຄງການຄຸ້ມຄອງປ່າປ້ອງກັນແຫຼ່ງນ້ຳເຂດອ່າງໂຕ່ງນ້ຳຍ້ວງຕອນໃຕ້, ຂະແໜງປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ກ່າວຮັບໂດຍແມ່ນທ່ານ ສົມແພງ ໄຊມູນແກ້ວ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາ-ອົບຮົມເມືອງ ເພືອສົມທົບທຶນປູກສ້າງເຮືອນ  ໂດຍສະເພາະແມ່ນຊື້ອຸປະກອນເຊັ່ນ: ປະເພດສັງກະສີ ແລະ ເຫຼັກຕະປູ ແລະ ອື່ນໆ.

About admins14