ມອບເງິນຊົດເຊີຍ ໃຫ້ຄອບຄົວທີ່ຖືກຜົນກະທົບຈາກການແຜ່ລະບາດຂອງພະຍາດອະຫິວາໝູອາຟຣີກາ ໃນປີ 2019

ໃນວັນທີ 12 ທັນວາ 2022 ຢູ່ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ມອບ-ຮັບເງິນຊົດເຊີຍໃຫ້ຄອບຄົວ ທີ່ຖືກຜົນກະທົບຈາກການແຜ່ລະບາດຂອງພະຍາດອະຫິວາໝູອາຟຣີກາ ໃນປີ 2019 ຢູ່ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຂັ້ນເມືອງ, ທ່ານ ບຸນເພັງ ຈັນທະວົງສຸກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ປະຊາຊົນຜູ້ທີ່ໄດ້ຮັບເງິນຊົດເຊີຍເຂົ້າຮ່ວມ.

ທ່ານ ໃຈນຶກ ພະຄຸນທອງ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ແຂວງບໍລິຄໍາໄຊ ໄດ້ລາຍງານວ່າ: ການແຜ່ລະບາດຂອງພະຍາດອະຫິວາໝູ ອາຟຣີກາ ແລະ ການທໍາລາຍໝູທີ່ຕິດເຊື້ອພະຍາດອະຫິວາໝູໃນປີ 2019 ຜ່ານມາ ຢູ່ເມືອງວຽງທອງມີຈໍານວນ 8 ບ້ານ, ມີ 132 ຄອບຄົວທີ່ຖືກຜົນກະທົບ, ມີໝູຕິດເຊື້ອພະຍາດອະຫິວາໝູອາຟຣີກາ, ມີໝູຕິດພະຍາດຕາຍ ທັງໝົດ 1.001 ໂຕ, ໝູທີ່ຕິດເຊື້ອ ແລະ ຖືກທໍາລາຍ 305 ໂຕ, ເງິນທີ່ຊົດເຊີຍພໍ່ແມ່ປະຊາຊົນທັງໝົດ 233.360.000 ກີບ.

About admins14