ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ ໄດ້ຮັບຜົນກະທົບຈາກອັກຄີໄພ ທີ່ເມືອງຄຳເກີດ

ໃນວັນທີ 19 ເມສາ 2022 ນີ້ ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງຄຳເກີດ ແລະ ທັງເປັນສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຄຳເກີດ ພ້ອມດ້ວຍ ທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າຫ້ອງການກາແດງ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ  ໄດ້ລົງມອບເຄື່ອງຊ່ວຍເຫຼືອຄອບຄົວ ລຸງຊຽງແພງ ຂຸນວົງຄຳ ປະຊາຊົນ ບ້ານນໍ້າທີ ເມືອງຄຳເກີດ ທີ່ຖືກໄຟໄໝ້ເຮືອນ ໃນຄັ້ງວັນທີ 15 ເມສາ 2022  ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີເຂົ້າສານ, ຜ້າຫົ່ມ, ເຄື່ອງນຸ່ງ ແລະ ເຄື່ອງໃຊ້ຄົວເຮືອນຕ່າງໆ ລວມມູນຄ່າ ສອງລ້ານ ແປດແສນ ກ່ວາ ກີບ (2.800.000 ກີບ) –  ມອບເງິນສົດຈໍານວນ ໜຶ່ງລ້ານ ກີບ (1.000.000 ກີບ) ແລະ ອົງການກາແດງ ແຂວງບໍລິຄຳໄຊ ມອບ ເຄື່ອງນຸ່ງ, ຜ້າຫົ່ມ ແລະ ເຄື່ອງໃຊ້ຄົວເຮືອນອື່ນໆ ລວມມູນຄ່າ ໜຶ່ງລ້ານ ແປດແສນ ກ່ວາກີບ (1.826.000 ກີບ) ມອບໂດຍທ່ານ ວິໄລ ສີສະມຸດ ແລະ ທ່ານ ນາງ ວັນເພັງ ໄຊສົງຄາມ ກ່າວຮັບໂດຍ ລຸງຊຽງແພງ ຂຸນວົງຄຳ ພ້ອມຄອບຄົວ, ມີອຳນາດການປົກຄອງບ້ານເຂົ້າຮ່ວມ.

About admin11