ມອບລົດຈັກທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ.

         ວັນທີ 29 ພະຈິກ 2021 ນີ້ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ແຂວງ ບໍລິຄໍາໄຊ ໄດ້ມອບລົດຈັກທີ່ຖືກຄົນລັກໄປຄືນໃຫ້ເຈົ້າຂອງເດີມ, ກ່າວມອບໂດຍ ທ່ານ ພັນຕີ ທິບຊົມພູ ຈັງທະລັງສີ ຮອງຫົວໜ້າພະແນກຈາລະຈອນ ກ່າວຮັບໂດຍ ທ່ານ ນ ຊົວວ່າງ, ມີເຈົ້າໜ້າທີພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍເຈົ້າຂອງລົດເຂົ້ານຮ່ວມເປັນສັກຂີພະຍານ. ລົດຈັກທີ່ນໍາມາມອບໃນຄັ້ງນີ້ແມ່ນລົດຈັກຍິ່ຮໍ້ HONDA wave ສີຂຽວດໍາ, ເລກທະບຽນ ຈຈ 1165 ບໍລິຄໍາໄຊ ອອກຊື່ ທ້າວ ຫຼາຍລີ ອາຊີບພະນັກງານປະ ຈຸບັນຢູ່ບ້ານ ສີບຸນເຮືອງ ເມືອງປາກຊັນ ແຂວງບໍລິຄໍາໄຊ ພາຍຫຼັງເກັບກູ້ຄືນມາກໍ່ໃຫ້ນໍາເອົາເອກະສານມາຢັ້ງຢືນເອົານໍາເຈົ້າໜ້າທີ່ຢ່າງຖືກຕ້ອງ.

About admin11