ມອບນາມມະຍົດ ຊາວໜຸ່ມ 4 ບຸກ ໜ່ວຍຊາວໜຸ່ມ ຄະນະບໍລິຫານງານຊາວໜຸ່ມແຂວງ

ໃນວັນທີ 28 ກໍລະກົດ 2021 ຢູ່ຫ້ອງປະຊຸມ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຊາວໜຸ່ມ 4 ບຸກ ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ອາລັນ ໄຊຍະສານ ເລຂາຊາວໜຸ່ມໜ່ວຍຮາກຖານຊາວໜຸ່ມແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານຄະນະຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຊາວໜຸ່ມແຮກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະບໍລິຫານງານຊາວໜຸ່ມແຂວງ ຊາວໜຸ່ມໜ່ວຍຮາກຖານຄະນະບໍລິຫານງານຊາວໜຸ່ມແຂວງ ມີສະຊິກຊາວໜຸ່ມທັງໜົດ 16 ສະຫາຍ, ຍິງ 8 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສາມາດສະແດງອອກແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດ ສາມາດຕີລາຄາໄດ້ 95%, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 92%, ດ້ານການຈັດຕັ້ງຕີລາຄາໄດ້ 91% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳ ຕີລາຄາໄດ້ 90%.

ໂອກາດຽວກັນນີ້ ສະຫາຍ ທອງມະນີ ໂຄດປັນຍາ ໄດ້ເປັນກຽດມອບໃບຢັ້ງຢືນ 4 ບຸກ ແລະ ໂອ້ລົມ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ພ້ອມເນັ້ນໜັກໃຫ້ ສະມາຊິກຊາວໜຸ່ມ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins14