ມສ ສີທ່ານາໄຊ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ

ໃນຕອນບ່າຍຂອງວັນທີ 17 ມີນາ 2022 ຢູ່ຫ້ອງປະຊຸມຂອງໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 112 ປີ ( 8 ມີນາ1910 – 8 ມີນາ 2022 ) ພາຍໃຕ້ການເປັນປະທານຂອງທ່ານ ນາງ ທົງສະກຸນ ແກ້ວດວງເດດ ຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງບໍລິຄໍາໄຊ ປະທານຮາກຖານ ແມ່ຍິງ ພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພັກ, ຫົວໜ້າໜ່ວຍ, ຄະນະໜ່ວຍ ຕະຫຼອດຮອດເອື້ອຍນ້ອງສະມາຊິກແມ່ຍິງຄູອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນ ເຂົ້າຮ່ວມ.

ທ່ານ ນາງ ທົງສະກຸນ ແກ້ວດວງເດດ ກ່າວວ່າ: ພາຍໃຕ້ລະບອບສັກດີນາ, ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ ເຮັດວຽກບໍ່ມີການຮັບປະກັນ ບໍ່ມີລະບອບຮັກສາສຸກຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ນອກນັ້ນ ແມ່ຍິງຍັງຖືກດູຖູກໝິ່ນປະມາດ, ຖືກທຸບຕີ, ຖືກຂົ່ມຂືນທຳສຳເລົາ ແລະ ຖືກໄລ່ອອກຈາກວຽກງານ, ເວລາຖືພາ, ເວລາລຸລູກ ຫຼື ເວລາເຈັບເປັນ ບໍ່ໄດ້ຮັບການປິ່ນປົ່ວ.

ປີ 1908 ແມ່ຍິງຈຳນວນ 15.000ຄົນ ໄດ້ເດີນຂະບວນຢູ່ເມືອງນີວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ, ການເດີນຂະບວນຄັ້ງນີ້ແມ່ນພາຍໃຕ້ຄຳຂວັນ”ເຂົ້າຈີ່ ແລະ ດອກກຸຫຼາບ” ເຂົ້າຈີ່: ໝາຍເຖິງເສດຖະກິດດີຂຶ້ນ, ດອກກຸຫຼາບ: ໝາຍເຖິງ ຄຸນນະພາບຊີວິດດີຂຶ້ນ.

ມາເຖິງປີ1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກ້ວາງອອກໄປສູ່ປະເທດນາຍທຶນຢູ່ປະເທດເອີຣົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທຳອິດໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງຂອງປະເທດເດນມາກ ມີຜູ້ແທນ 100 ກ່ວາຄົນຈາກ 17 ປະເທດເຂົ້າຮ່ວມ, ກອງປະຊຸມດັ່ງກ່າວ ໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາຂອງທຸກໆປີ ເປັນວັນແມ່ຍິງສາກົນ.

ວັນທີ 8 ມີນາ ແມ່ນເຫດການ – ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂັວນ ” ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ຜູ້ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ຮັກສາສັນຕິພາບຂອງໂລກ.

ພາຍຫຼັງສົງຄາມໂລກຄັ້ງທີ 1 ສິ້ນສຸດລົງ, ແມ່ຍິງຢູ່ບັນດາປະເທດໃນທົວໂລກ ໄດ້ມີຂະບວນການເຄື່ອນໄຫວຕ່າງໆ ເພື່ອຕໍ່ສູ້ທວງໃຫ້ແມ່ຍິງມີສິດ ແລະ ດຳລົງຊີວິດໃຫ້ດີຂຶ້ນເທື່ອລະກ້າວ.

About admins16