ມສ ວຽງຄຳ ເປີດງານແຂ່ງຂັນກິລາຕ້ານຢາເສບຕິດ ຄັ້ງທີ XV

ຕອນບ່າຍວັນທີ 16 ພະຈິກ 2022 ໂຮງຮຽນມັດທະຍົມສຶກສາສົມບູນວຽງຄຳ (ມສ ວຽງຄຳ) ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດງານກິລາຕ້ານຢາເສບຕິດ ຄັ້ງທີ XV ພາຍໄຕ້ການເປັນປະທານຂອງທ່ານ ດວງຕາ ຈັນທະວົງຜູ້ອຳນວຍການຂອງໂຮງຮຽນ, ເປັນກຽດເຂົ້າຮ່ວມຂອງທ່ານ ເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີແຂກຖືກເຊີນ, ຄູອາຈານ ແລະ ນ້ອງນັກຮຽນ – ນັກກິລາ ເຂົ້າຮ່ວມ.

ໃນພິທີໄດ້ຊົມການເດີນສວນສະໜາມຂອງກ້ອນກຳລັງນັກຮຽນ 26 ກ້ອນກຳລັງ ແລະ ຊົມການສະແດງສິລະປະຂອງນ້ອງນັກຮຽນຈຳນວນ 5 ລາຍການ, ມີ ເຕັ້ນແອໂຣບິກ 1 ລາຍການ, ມວຍລາຍລາວ 1 ລາຍການ ແລະ ຟ້ອນລວມໝູ່ 3 ລາຍການ.

ທ່ານ ດວງຕາ ຈັນທະວົງ ຜູ້ອຳນວຍການຂອງໂຮງຮຽນ ໄດ້ລາຍງານວ່າ: ໂຮງຮຽນ ມໍສໍ ວຽງຄຳ ມີນັກຮຽນທັງໝົດ 959 ນ້ອງ, ຍິງ 507 ນ້ອງ, ລວມ ມໍ 1 ຫາ ມໍ7 ມີ 23 ຫ້ອງຮຽນ, ມີຄູອາຈານທັງໝົດ 40 ຄົນ, ຍິງ 17 ຄົນ.

ການຈັດງານແຂ່ງຂັນກິລາຕ້ານຢາເສບຕິດຄັ້ງນີ້ຈະໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 17 ພະຈິກ 2022, ຄາດໝາຍໃຫ້ສຳເລັດໃນກາງປີ 2023. ກິລາທີ່ຈະໄດ້ຈັດການແຂ່ງຂັນ ມໍ1 – ມໍ7 ປະກອບມີ 4 ປະເພດ ຄື: ບານເຕາະຟຸດຊໍ ( ຍິງ – ຊາຍ ) 7 ຄົນ, ບານສົ່ງ ( ຍິງ – ຊາຍ ), ກະຕໍ້ ( ຍິງ – ຊາຍ ), ເປຕັ່ງ (ຊາຍ).

ສຳລັບເດີ່ນ ແລະ ອຸປະກອນຮັບໃຊ້ໃນການແຂ່ງຂັນຄັ້ງນີ້ ແມ່ນມີຄວາມພ້ອມໃນທຸກດ້ານ ແລະ ນັກກິລາແຕ່ລະທີມຂອງຊັ້ນຮຽນກໍ່ໄດ້ມີການຝຶກຊ້ອມມາເປັນຢ່າງດີ ແລະ ພ້ອມທີ່ຈະແຂ່ງຂັນ.

About admins16