ມສ ນະຄອນໄຊ ເປີດການແຂ່ງຂັນກິລາ-ສິລະປະ ຕ້ານຢາເສບຕິດ


ໃນຕອນບ່າຍຂອງວັນທີ 19 ພະຈິກ 2020 ທີ່ເດີ່ນເຕະບານ ໂຮງຮຽນ ມສ ນະຄອນໄຊ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດການແຂ່ງຂັນກິລາ-ສິລະປະວັນນະຄະດີຕ້ານຢາເສບຕິດປະຈຳປີສົກປີ 2020-2021 ຂຶ້ນ, ພາຍໃຕ້ການເປັນປະທານໂດຍທ່ານ ນ. ຕ່ອງແກ້ວ ໄຊຍະປັນຍາອຳນວຍການໂຮງຮຽນ ມສ ນະຄອນໄຊ.


ໃນພິທີ ທ່ານ ອາຈານ ຄຳສິງ ບຸນມະນີ ຮອງອຳນວຍການໂຮງຮຽນ ມສ ນະຄອນໄຊໄດ້ຂຶ້ນຜ່ານບົດລາຍງານການກະກຽມການແຂ່ງຂັນກິລາ-ສິລະປະວັນນະຄະດີຕ້ານຢາເສບຕິດ ມສ ນະຄອນໄຊ ສົກປີ 2020-2021 ທ່ານກ່າວວ່າ: ຜ່ານການກະກຽມ ມາຮອດປະຈຸບັນ ທາງຄະນະຮັບຜິດຊອບຈັດງານແຂ່ງຂັນກິລາ-ສິລະປະ ໄດ້ມີການຈັດຕັ້ງ ແລະ ແບ່ງຄວາມຮັບຜິດຊອບໃຫ້ແກ່ກຳມະການ ແລະ ອະນຸກຳມະການດຳເນີນວຽກງານຕ່າງໆ ເປັນຕົ້ນແມ່ນການກະກຽມສະໜາມ, ການກະກຽມນັກກິລາ ແລະ ສິລະປະຂອງແຕ່ລະຫ້ອງ, ຂອງຂວັນ-ລາງວັນຕ່າງໆ, ການຝຶກຊ້ອມກ້ອນກຳລັງ, ການອະນາໄມ, ການປະດັບປະດາ ແລະ ການປ້ອງກັນຄວາມສະຫງົບ.

      ການແຂ່ງຂັນກິລາ ມີ 4 ລາຍການ ຄື: ບານເຕະຊາຍ-ຍິງ, ບານສົ່ງຊາຍ-ຍິງ, ກະຕໍ້ຊາຍ ແລະ ເປຕັ່ງຊາຍ-ຍິງ, ສ່ວນການແຂ່ງຂັນສິລະປະມີ 3 ລາຍການ ຄື: ຟ້ອນ, ລຳ  ແລະ ຮ້ອງເພງ.

About admin11