ມສ ຊົນເຜົ່າກະກຽມຄັດເລືອກນັກກິລາຕົວແທນໂຮງຮຽນ


ເພື່ອເປັນການກະກຽມນັກກິລາ ເຂົ້າຮ່ວມງານແຂ່ງຂັນ ໃນງານຕ່າງໆ ໃນຕໍ່ໜ້າ ອາຈານ ຄໍາໃສ ປັນຍາສິດ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 10 ພະຈິກ 2020 ນີ້ວ່າ: ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງຄຳເກີດ ແຂວງບໍລິຄຳໄຊ ແມ່ນໄດ້ເລີ່ມການແຂ່ງຂັນກິລາແຕ່ວັນທີ 15 ຕຸລາ 2020 ເປັນຕົ້ນມາ ເຊິ່ງມີການແຂ່ງຂັນກິລາຢູ່ 3 ປະເພດ ຄື: ເປຕັ່ງຊາຍ-ຍິງ ຊັ້ນມໍ 1-2, ບານສົ່ງຊາຍ-ຍິງ ຊັ້ນມໍ 3-4 ແລະ ບານເຕະຊາຍ-ຍິງ ຊັ້ນມໍປາຍ.


ຈຸດປະສົງ ຂອງການແຂ່ງຂັນກິລານີ້ ກໍ່ເພື່ອສ້າງຄວາມສາມັກຄືພາຍໃນ ກໍ່ຄືນັກຮຽນດ້ວຍກັນ, ເພື່ອສຸຂະພາບທີ່ແຂງແຮງ ພາລະນາໄມທີ່ດີ ແລະ ເພື່ອການຕ້ານຢາເສບຕິດໃນໄວໜຸ່ມອີກດ້ວຍ,  ການແຂ່ງຂັນກິລາໃນຄັ້ງນີ້ ຍັງເປັນການເກັບນັກກິລາເພື່ອຄັດເລືອກເປັນຕົວແທນຂອງໂຮງຮຽນ ເຂົ້າຮ່ວມການແຂ່ງຂັນກິລາ-ສິລະປະ ທົ່ວເມືອງຄໍາເກີດ ຄັ້ງທີ່ 7 ທີ່ ມໍສໍ ຊົນເຜົ່າເປັນເຈົ້າພາບ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້.

About admin11