ມສ ຈອມທອງ ໄດ້ຮັບການຊ່ວຍເຫຼືອຈາກສັງຄົມ

ເພື່ອຍົກສູງວຽກງານການສຶກສາ ຂອງເມືອງວຽງທອງໃຫ້ມີບາດກ້າວຂະຫຍາຍຕົວ ໃນຕອນເຊົ້າຂອງວັນ 7 ທັນວາ 2020 ຢູ່ທີ່ສະໂມສອນໂຮງຮຽນ ມ.ສ ຈອມທອງ ເມືອງວຽງທອງ ພະອາຈານ ຄຳພອນ ອີນໄຊຍະວົງ ຮອງປະທານ ອພສ ແຂວງ, ປະທານ ອພສ ເມືອງວຽງທອງ ແລະ ທ່ານ ບົວພາ ໄຊຍະແພງ ຫົວໜ້າບໍລິສັດພາຈະເລີນ ໄດ້ເອົາ ຊີມັງ ແລະ ດີນບ໋ອກຄິດເປັນ ມູນຄ່າ 3.400.000 ກີບ ມາມອບໃຫ້ໂຮງຮຽນ ມສ ຈອມທອງເພື່ອສືບຕໍ່ກໍ່ສ້າງສະໂມສອນຂອງໂຮງຮຽນໃຫ້ສຳເລັດ ເຄື່ອງທີ່ນຳມາມອບໃນຄັ້ງນີ້ ທ່ານ ບົວພາ ໄຊຍະແພງ ມູນຄ່າເປັນເງີນ 2,000,000 ກີບ ແລະ ພະອາຈານ ຄຳພອນ ທາອີນໄຊຍະວົງ ມູນຄ່າ 1,400,000 ກີບ ກ່າວຮັບໂດຍ ທ່ານ ອາຈານ ໄພມະນີ ແກ້ວດວງສີ ຜູ້ອຳນວຍການໂຮງຮຽນ ມ.ສ ຈອມທອງ ໂດຍຊ້ອງໜ້າພຣະສົງ ແລະ ອຳນາດການປົກຄອງບ້ານຕະຫຼອດຮອດຄູ-ອາຈານພ້ອມນ້ອງນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.

About admin11