ມວຍວູຊູ ແຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄຳ ແລະ 1 ຫຼຽນເງິນ

ການແຂ່ງຂັນ ກິລາມວຍ ວູຊູ ຊາຍ – ຍິງ ຮອບຊິງຊະນະເລີດ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ຈັດການແຂ່ງຂັນໃນ ວັນທີ 19 ທັນວາ 2022 ຢູ່ເດີ່ນກິລາໃນຮົ່ມວິທະຍາໄລຄູຄັງໄຂ, ນັກກິລາມວຍວູຊູ ແຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄຳ ແລະ 1 ຫຼຽນເງິນ.

ການແຂ່ງຂັນກິລາມວຍ ວູຊູ ໃນງານມະຫາກໍາກິລາໃນຄັ້ງນີ້ ມີນັກກິລາຈາກບັນດາແຂວງ ເຂົ້າຮ່ວມແຂ່ງຂັນທັງໝົດ 30 ກວ່າຄູ່, ໃນນີ້ ແຂວງບໍລິຄໍາໄຊ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 6 ຄົນ, ຍິງ 3 ຄົນ, ຜ່ານການແຂ່ງຂັນເປັນເວລາ 2 ວັນ ນັກກິລາມວຍວູຊູຈາກແຂວງບໍລິຄໍາໄຊ ສາມາດເອົາຊະນະຄູຕໍ່ສູ້ ຜ່ານເຂົ້າຮອບຊິງຊະນະເລີດ ໄດ້ຈໍານວນ 3 ຄົນ.

ໃນຮອບຊິງຊະນະເລີດ ລຸ່ນນໍ້າໜັກ 75 ກິໂລ ທ້າວ ສຸຂີ ໄຊຍະວົງສາ ສາມາດເອົາຊະນະ ນັກກິລາມວຍວູຊູ່ ແຂວງຊຽງຂວາງເຈົ້າພາບ ຍາດໄດ້ຫຼຽນຄໍາມາຄອງ ແລະ ຍັງສາມາດຍາດໄດ້ຫຼຽນຄໍາອີກ 1 ຫຼຽນ ຈາກ ນາງ ດວງໃຈ ຖະແຫຼງລຽບ ລຸ່ນ 56 ກິໂລ ສາມາດເອົາຊະນະຄູຕໍ່ສູ້ຈາກ ກະຊວງປ້ອງກັນປະເທດ ແລະ ລຸ້ນນໍ້າໜັກ 54 ກິໂລ ນາງ ບຸນຈັນ ແສງປະເສີດ ສາມາດຍາດໄດ້ຫຼຽນເງິນ ເພາະເສຍໄຊໃຫ້ນັກກິລາມວຍວູຊູ່ ແຂວງສາລາວັນ.

ສະຫຸບຫລຽນລາງວັນ ຮອດວັນທີ 19 ທັນວາ 2022 ແຂວງບໍລິຄໍາໄຊ ສາມາດຍາດໄດ້ 5 ຫຼຽນຄຳ, 1 ຫຼຽນເງິນ ແລະ 8 ຫຼຽນທອງ ລວມ 14 ຫຼຽນ.

ລາຍງານຈາກ: ທີຂ່າວພາກສະໜາມ ຊຽງຂວາງເກມ

About admins14