ພືດຜັກ ແລະ ໝາກໄມ້ ຢູ່ຕະຫຼາດປາກຊັນ ຍັງປອດສານພິດ

ດ້ວຍຄວາມເປັນຫ່ວງເປັນໄຍຂອງພັກ – ລັດ ຕໍ່ກັບປະຊາຊົນ ໃນການບໍລິໂພກພືດຜັກຕ່າງໆ ໃນວັນທີ 13 ຕຸລາ 2022 ຢູ່ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ ຈຶ່ງໄດ້ເຮັດການວິໄຈພືດຜັກຕ່າງໆ ເພື່ອກວດຫາສານພິດຕົກຄ້າງ.

ທ່ານ ຄອນພິໄລ ພະໄຊສີສຸນົນ ຮອງຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດວ່າ: ໂດຍອີງໃສ່ກົດໝາຍປ້ອງກັນພືດ ແລະ ການເຮັດວຽກຕົວຈິງຂອງວິຊາການ ຈຶ່ງໄດ້ນຳເອົາຜັກຊະນິດຕ່າງໆ ນຳມາກວດຫາສານພິດຕົກຄ້າງ ເຊິ່ງໄລຍະຜ່ານມາ ທາງວິຊາການຂະແໜງປູກຝັງ ກໍ່ໄດ້ເຮັດການວິໄຈໝາກໄມ້ທີ່ນຳເຂົ້າຈາກຕ່າງປະເທດ ແຕ່ບໍ່ພົບສານພິດຕົກຄ້າງ ຜັກທີ່ນຳມາກວດໃນຄັ້ງນີ້ ແມ່ນຢູ່ຕະຫຼາດປາກຊັນ ແລະ ກຸ່ມປູກຜັກອິນຊີບ້ານຫົວນາ ຄື: ຜັກສະຫຼັດ, ຜັກກາດຊອມ, ກະຫຼ່ຳ, ຜັກບົ້ງ, ຜັກຫົມ, ຜັກກາດຂິວ, ຫອມປ້ອມ, ຫອມບົ່ວ, ຜັກກາດຂາວ  ແລະ ຜັກນາງຕູ່.

ຈາກຜົນການວິໄຈ ເຫັນວ່າ ຜັກແຕ່ລະຊະນິດແມ່ນບໍ່ພົບສານພິດຕົກຄ້າງ ແລະ ບໍ່ເປັນອັນຕະລາຍຕໍ່ສຸຂະພາບ ເຖິງຢ່າງໃດກໍ່ຕາມ ຜູ້ທີ່ຈະນຳໄປບໍລິໂພກກໍ່ຄວນນຳຜັກ ໄປລ້າງໃຫ້ສະອາດກ່ອນ ແລ້ວຈຶ່ງນຳໄປບໍລິໂພກ.

ຕອນທ້າຍ ທ່ານຍັງຝາກເຖິງພໍ່ແມ່ປະຊາຊົນວ່າບໍ່ໃຫ້ມີການແຕກຕື່ນ ຫຼື ກັງວົນ ວ່າຈະມີສານພິດຕົກຄ້າງຈາກພືດຜັກໃນການບໍລິໂພກ ແລະ ວິຊາການຍັງຈະໄດ້ກວດເຮັດການວິໄຈເດືອນລະຄັ້ງ ເພື່ອຄວາມປອດໄພຕໍ່ຜູ້ບໍລິໂພກ, ພ້ອມນີ້ ຍັງຝາກເຖິງຜູ້ທີ່ນຳໃຊ້ຢາຊະນິດຕ່າງໆ ທີ່ໃຊ້ເຂົ້າໃນການບົວລະບັດພືດຜັກແມ່ນມີຄວາມສ່ຽງຫຼາຍກວ່າຜູ້ບໍລິໂພກ, ສະນັ້ນ ຕ້ອງໄດ້ເອົາໃຈໃສ່ໃນການປ້ອງກັນໂຕເອງ ເພື່ອຄວາມປອດໄພຂອງທ່ານ.

About admins16